ປັດຈຸບັນ, ຢູ່ສປປ ລາວ ເຫັນວ່າສະພາບການລະບາດ ຂອງເຊື້ອພະຍາດໄຂ້ຍຸງລາຍ ນັບມື້ເພີ້ມຂຶ້ນເລື້ອຍໆ ຍັງບໍ່ມີທີທ່າວ່າຈະຫຼຸດລົງ, ຍິ່ງໄປກວ່ານັ້ນ ຍັງເຮັດໃຫ້ມີຜູ້ເສຍຊີວິດຈາກເຊື້ອພະຍາດດັ່ງກ່າວນຳອີກ.
ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດດັ່ງກ່າວ, ທຸກພາກສ່ວນໃນສັງຄົມ ລວມເຖິງພໍ່ແມ່ປະຊາຊົນ ຈົ່ງພ້ອມໃຈກັນເອົາໃຈໃສ່ອະນາໄມ ຕາມສະຖານທີ່ຕ່າງໆ, ທຸກຄົນຄວນເປັນເຈົ້າການໃນການທຳລາຍ ແຫຼ່ງເພາະພັນຂອງຍຸງລາຍ ໃນເຮືອນ ຂອງຕົນເອງເປັນປະຈໍາ, ພ້ອມນັ້ນ ນາຍບ້ານ ແຕ່ລະບ້ານ ຄວນເປັນເຈົ້າການໃນການ ຊີ້ນຳລູກບ້ານ ເຮັດອະນາໄມ ທຳລາຍແຫຼ່ງ ເພາະພັນຂອງຍຸງລາຍ ຄວບຄູ່ກັບການປະຕິບັດມາດຕະການ 5 ປ ທີ່ກະຊວງສາທາລະນະສຸກ ວາງອອກວາງຢ່າງເຂັ້ມງວດ, ໂດຍສະເພາະທຳລາຍ ແຫຼ່ງເພາະພັນໜອນນໍ້າຍຸງລາຍ ບໍ່ມີໜອນນ້ຳ ກໍຈະບໍ່ມີຍຸງລາຍ.
ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ໃນວັນທີ 19 ສິງຫາ 2020 ວ່າ:ນັບແຕ່ທ້າຍປີ 2019 ມາຮອດປັດຈຸບັນ, ທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງເພີ່ມຂຶ້ນທັງໝົດ 5.223 ກໍລະນີ ແລະ ເສຍຊີວິດ 9 ກໍລະນີ, ໃນນັ້ນ ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 1.221 ກໍລະນີ, ຮອງລົງມາແມ່ນ ແຂວງ ບໍລິຄຳໄຊ 612 ກໍລະນີ, ວຽງຈັນ 577 ກໍລະນີ, ສະຫວັນນະເຂດ 485 ກໍລະນີ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ
ຮູບ: ປະກອບ

