ປະຈຸບັນ, ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍນັບມື້ເພີ່ມຂຶ້ນ ແລະ ເຫັນວ່າການລະບາດຂອງພະຍາດໄຂ້ຍຸງລາຍຍັງບໍ່ມີທີທ່າວ່າຈະຫຼຸດລົງ, ຍິ່ງໄປກວ່ານັ້ນຍັງເຮັດໃຫ້ມີກໍລະນີເສຍຊີວິດນຳອີກ.
ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດດັ່ງກ່າວ, ທຸກພາກສ່ວນໃນສັງຄົມ ລວມເຖິງພໍ່ແມ່ປະຊາຊົນ ຈົ່ງພ້ອມໃຈກັນເອົາໃຈໃສ່ອະນາໄມ ຕາມສະຖານທີ່ຕ່າງໆ ເປັນຕົ້ນ ສະຖານທີ່ສາທາລະນະ ແລະ ບ້ານເຮືອນຂອງໃຜລາວ ແລະ ອື່ນໆ ພ້ອມກັບການປະຕິບັດຫຼັກການ 5 ປ ທີ່ກະຊວງສາທາລະນະສຸກ ວາງອອກເປັນປະຈຳ ໂດຍສະເພາະທຳລາຍ ແຫຼ່ງເພາະພັນໜອນນ້ຳຍຸງລາຍ ບໍ່ມີໜອນນ້ຳ ກໍຈະບໍ່ມີຍຸງລາຍ.
ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ໃນວັນທີ 6 ສິງຫາ 2020 ວ່າ: ນັບແຕ່ທ້າຍປີ 2019 ມາຮອດປັດຈຸບັນ, ທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງທັງໝົດ
4.513 ກໍລະນີແລ້ວ, ແຕ່ກໍລະນີເສຍຊີວິດ ຍັງບໍ່ເພີ່ມ ຍັງຢູ່ 9 ຄົນ (ນະຄອນຫຼວງວຽງຈັນ 04 ຄົນ, ແຂວງ ບໍລິຄໍາໄຊ 02 ຄົນ, ໄຊຍະບູລີ 01 ຄົນ ແລະ ຄຳມ່ວນ 01ຄົນ ແລະ ຊຽງຂວາງ 01 ຄົນ), ໃນນັ້ນ ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 1.027 ກໍລະນີ, ແຂວງ ບໍລິຄຳໄຊ 532 ກໍລະນີ,ວຽງຈັນ 465 ກໍລະນີ, ສະຫວັນນະເຂດ 403 ກໍລະນີ ແລະ ແຂວງອື່ນໆ.
ຂ່າວ: ວຽງຈັນທາຍ

