ທົ່ວໂລກມີຜູ້ເສຍຊີວິດແລ້ວຫຼາຍກວ່າ 1 ລ້ານຄົນຍ້ອນພະຍາດໂຄວິດ-19

ທົ່ວໂລກມີຜູ້ເສຍຊີວິດແລ້ວຫຼາຍກວ່າ 1 ລ້ານຄົນຍ້ອນພະຍາດໂຄວິດ-19

ທົ່ວໂລກຍັງມີການລາຍງານການລະບາດຂອງພະຍາດໂຄວິດ-19 ທັງໝົດ 214 ປະເທດ/ເຂດ ໝາຍຄວາມວ່າບັນດາປະເທດ ແລະ ເຂດທີ່ມີການແຜ່ລະບາດຂອງພະຍາດນີ້ ລວມທັງປະເທດທີ່ສາມາດຜະລິດວັກຊີນເພື່ອປ້ອງກັນພະຍາດນີ້ ຍັງບໍ່ມີປະເທດໃດທີ່ສາມາດຢັບຢັ້ງການແຜ່ລະບາດຂອງພະຍາດນີ້ໄດ້ 100 %, ມາຮອດວັນທີ 9 ຕຸລາ 2020 ນີ້ໄດ້ມີການຢັ້ງຢືນຜູ້ຕິດເຊື້ອພະຍາດ ຫຼາຍ ກວ່າ 36 ລ້ານຄົນ, ໃນນີ້, ເສຍຊິວິດຫຼາຍກວ່າ 1 ລ້ານຄົນ ແລະ ປີ່ນປົວຫາຍດີ 27 ລ້ານກວ່າ ຄົນ.

ສະເພາະການປ້ອງກັນການແຜ່ລະບາດຂອງພະຍາດນີ້ຢູ່ລາວແມ່ນເລັງໃສ່ກວດຄົນເຂົ້າ-ອອກຢູ່ດ່ານສາກົນຕ່າງໆ ໂດຍທຸກຄົນທີ່ເຂົ້າມາຕ້ອງມີເອກະສານກວດເຊື້ອພະຍາດໂຄວິດ-19 ຈາກປະເທດນັ້ນ, ມີການເຊັກປະຫວັດ, ວັດແທກອຸນຫະພູມຂອງຮ່າງກາຍ ແລະ ນໍາສົ່ງໄປທີ່ສູນກັກກັນເພື່ອກັກບໍລິເວນເປັນເວລາ 14 ວັນ ຊຶ່ງຢູ່ລາວມີ 42 ສູນກັກກັນໃນຂອບເຂດທົ່ວປະເທດ.

ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ທົ່ວໂລກ, ຢູ່ສປປ ລາວ ຕົວເລກສະສົມຂອງຜູ້ຕິດເຊື້ອພະຍາດດັ່ງກ່າວ ມີ 23 ຄົນຊຶ່ງເດີນທາງມາແຕ່ຕ່າງປະເທດ, ໃນນີ້ ປິ່ນປົວດີແລ້ວ 22 ຄົນ ແລະ ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍມິດຕະພາບອີກ 1 ຄົນ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply