ທ່ານປະທານປະເທດ ເນັ້ນໃຫ້ ແຂວງຄໍາມ່ວນແກ້ໄຂສິ່ງຫຍໍ້ທໍ້າ ໃນຂົງເຂດການບໍລິຫານ-ຄຸ້ມຄອງລັດ

ທ່ານປະທານປະເທດ ເນັ້ນໃຫ້ ແຂວງຄໍາມ່ວນແກ້ໄຂສິ່ງຫຍໍ້ທໍ້າ ໃນຂົງເຂດການບໍລິຫານ-ຄຸ້ມຄອງລັດ

ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ເນັ້ນໜັກວຽກງານຈຸດສຸມຈຳນວນໜຶ່ງໃຫ້ອໍານາດການປົກຄອງແຂວງຄໍາມ່ວນໄປແກ້ໄຂ ເນື່ອງໃນໂອກາດທີ່ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ ໃນມື້ວັນທີ 8 ກໍລະກົດ 2020.          ທ່ານໄດ້ເນັ້ນໃຫ້ ເພີ່ມ​ທະວີ​ການ​ນໍາພາດ້ານ​ການ​ເມືອງ​-ແນວ​ຄິດ ຂອງ​ພະນັກງານ ​ແລະ​ ປະຊາຊົນ ​ໃຫ້​ໜັກ​ແໜ້ນ, ​ເຂັ້ມ​ແຂງ, ສືບຕໍ່ການຈັດ​ຕັ້ງ​ຜັນ​ຂະຫຍາຍມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ ​ແລະ ຮີບຮ້ອນດຳ​ເນີນ​ກອງ​ປະຊຸມ​ໃຫຍ່ 03 ຂັ້ນ ໃຫ້ສຳເລັດ ​ເພື່ອ​ກະກຽມ​ໃຫ້​ແກ່​ການ​ດຳ​ເນີນ​ກອງ​ປະຊຸ​ມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ, ເພີ່ມທະວີສະຕິລະວັງຕົວໃຫ້ ຫຼາຍຂຶ້ນກວ່າເກົ່າ, ຕີຖອຍບັນຫາສິ່ງຫຍໍ້ທໍ້ ແລະ ຫາງສຽງທີ່ເກີດຂຶ້ນ ໃນຂົງເຂດການບໍລິຫານ-ຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ເພື່ອບໍ່ໃຫ້ພວກຄົນບໍ່ດີສ ວຍໃຊ້ໂຄສະນາໂຈມຕີພວກເຮົາ.

ເນື່ອງໃນໂອກາດດັ່ງກ່າວ, ທ່ານ ໂອໄດ ສຸດາພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຄໍາມ່ວນ ໄດ້ຂຶ້ນລາຍງານສະພາບລວມໂດຍຫຍໍ້ໃນການຈັດ​ຕັ້ງ​ປະຕິບັດ​ຜັນ​ຂະ​ຫຍາຍມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ ກໍ​ຄື​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ອົງຄະ​ນະ​ພັກ​ແຂວງຄຳມ່ວນ ຕໍ່ທ່ານປະທານປະເທດວ່າ: ມີ​ຜົນສຳເລັດພົ້ນເດັ່ນໃນຫຼາຍດ້ານເຖິງວ່າ​ໄດ້​ຮັບ​ຜົນ​ກະທົບ ​ແລະ ​ມີຄວາມຫຍຸ້ງຍາກຫຼາຍດ້ານ, ບວກໃສ່ກັບໄພທໍາມະຊາດ ແລະ ການລະບາດຂອງພະຍາດ ໂຄວິດ- 19 ໂດຍສະເພາະທົ່ວແຂວງໄດ້ພ້ອມກັນພະຍາຍາມບຸກບືນ, ສູ້ຊົນດ້ວຍຄວາມຮັບຜິດຊອບສູງ ​ເພື່ອ​ບັນລຸ​ບັນດາຄາດໝາຍ​​ໃຫຍ່​ທີ່​ໄດ້​ກໍານົດ​ອອກໃຫ້ປະກົດຜົນເປັນຈິງ, ດ້ານວຽກງານວັດທະນະທໍາ-ສັງຄົມ ກໍໄດ້ຮັບການເອົາໃຈໃສ່ ​ແລະ ມີດ້ານຂະຫຍາຍຕົວທີ່ຕໍ່ເນື່ອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໄດ້ຮັບການເອົາໃຈໃສ່ແກ້ໄຂ ເຮັດໃຫ້ຕົວເລກຄອບຄົວທຸກຍາກຫຼຸດລົງຍັງເຫຼືອ 684 ຄອບຄົວ.

ສະເພາະການ​ກະກຽມ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່ ​ຂອງ​ອົງຄະນະພັກແຂວງ, ທ່ານໂອໂດໄດ້ລາຍງານວ່າ: ຈະ ​ສືບ​ຕໍ່​ຍູ້​ຂະ​ບວນການ​ດ້ານຕ່າງໆ ​ໃຫ້​ແຂງ​ແຮງ​ກວ່າ​ເກົ່າ, ສູ້​ຊົນ​ປະຕິບັດ​ບັນດາ​ຄາດໝາຍ​ທີ່​ກອງ​ປະຊຸມ​ໃຫຍ່​ຂອງ​ຕົນ​ໄດ້​ຮັບຮອງ, ຕິດ​ພັນ​ກັບ​ການ​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນດາ​ປະກົດ​ການ​ຫຍໍ້​ທໍ້​ຕ່າງໆ ​ໃຫ້​ໝົດ​ໄປ​ເທື່ອ​ລະ​ກ້າວ ​ໂດຍ​ປຸກລະດົມ​ປະຊາຊົນ​ໃຫ້​ມີ​ສ່ວນ​ຮ່ວມ ​ແລະ ສືບ​ຕໍ່​ຊຸກຍູ້​ປະຊາຊົນ​ທໍາ​ການ​ຜະລິດ​ເປັນ​ສິນຄ້າ ​ແກ້​ໄຂ​ຄວາມທຸກ​ຍາກ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ອື່ນໆ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply