ທ່ານ ຄໍາໄຕ ສີພັນດອນ ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ເມືອງສະໜາມໄຊ ແຂວງອັດຕະປື ມື້ວັນທີ 16 ມິຖຸນາ 2020 ຕ້ອນຮັບໂດຍທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມດ້ວຍຄະນະ.
ເນື່ອງໃນໂອກາດດັ່ງກ່າວ ທ່ານ ຄໍາໄຕ ສີພັນດອນ ກໍໄດ້ເຂົ້າຮ່ວມເຮັດວຽກກັບການນໍາຂອງແຂວງ ແລະ ການນໍາຂອງເມືອງສະໜາມໄຊ, ທ່ານໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານການສ້າງສັງຄົມນິຍົມຈາກຮາກຖານ ລວມທັງສະພາບການຟື້ນຟູໄພພິບັດຢູ່ເມືອງສະໜາມໄຊ ຈາກເຫດການຄູກັນນໍ້າເຂື່ອນໄຟຟ້າເຊປຽນ-ເຊນໍ້ານອ້ຍແຕກໃນທ້າຍປີ 2018.
ວຽກງານການສ້າງສັງຄົມນິຍົມ ອໍານາດການປົກຄອງ ແຂວງອັດຕະປື ໄດ້ກຳນົດເອົາ 4 ບ້ານ ເຂດໄພພິບັດຢູ່ເມືອງສະໝາມໄຊ ເປັນຈຸດສຸມໃນການສ້າງສັງຄົມນິຍົມແຕ່ຂັ້ນຮາກຖານ, ເຊິ່ງປະຈຸບັນແມ່ນຍັງຢູ່ໄລຍະກະກຽມໜ້າວຽກຕ່າງໆ ໂດຍສະເພາະໄດ້ສໍາເລັດການປະກາດ ແລະ ເຕົ້າໂຮມບ້ານນ້ອຍເປັນບ້ານໃຫຍ່ ແລະ ໄດ້ຈັດກຸ່ມການຜະລິດເປັນສີນຄ້າ ແລະ ວຽກງານກໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດເປັນກ້າວໆ.
ຈາກນັ້ນທ່ານ ຄຳໄຕ ສີພັນດອນ ກໍໄດ້ໃຫ້ກຽດໂອ້ລົມ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ອໍານາດການປົກຄອງແຂວງ ແລະ ເມືອງສະໜາມໄຊ ໃຫ້ຖືສຳຄັນຕໍ່ວຽກງານການສ້າງສັງຄົມນິຍົມໂດຍສະເພາະໃຫ້ຖືເອົາການສຶກສາອົບຮົມການເມືອງແນວຄິດໃຫ້ຖັນແຖວພະນັກງານຂັ້ນຮາກຖານບ້ານຕະຫຼອດຮອດປະຊາຊົນບັນດາເຜົ່າ ໃຫ້ເຂົາເຈົ້າເຊື່ອມຊຶມທາງແນວຄິດການເມືອງຢ່າງເລິກເຊິ່ງ ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດບ້ານເມືອງ ແລະ ຕໍ່ປະຊາຊົນເຮັດໃຫ້ປະຊາຊົນຖືໄດ້ຕໍ່ການນໍາພາຂອງພັກ ແລະລັດ, ສ້າງໃຫ້ປະຊາຊົນມີຄວາມຮຸ່ງເຮືອງສີລິໄລ ມັ່ງຄັ້ງເຂັ້ມແຂງ ມີຄວາມສະຫງົບປອດໄພ ຕິດພັນກັບການສ້າງປະຖົມປັດໄຈເອຶື້ອອຳນວຍໃຫ້ແກ່ການຜະລິດແບບສະຫະກອນ ແລະ ກາຍເປັນສິນຄ້າສົ່ງອອກໃຫ້ເປັນຂະບວນຟົດຟື້ນ.
ໃນໂອກາດເຄື່ອນໄຫວຢ້ຽມຢາມເມືອງສະໜາມໄຊ ອະດີດປະທານປະເທດ ກໍໄດ້ເຄື່ອນໄຫວຢ້ຽມຢາມປະຊາຊົນ ຢູ່ສູນພັກຊົ່ວຄາວຜູ້ປະສົບໄພພິບັດ ແລະ ໄປເບິ່ງຈຸດການຜະລິດກະສິກໍາຂອງປະຊາຊົນນໍາອີກ .
ຂ່າວ-ພາບ: ໄຊຈະເລີນ

