ທ່ານ ບົວວັນ ອຸດົມສຸກ ຊະນະເລີດການແຂ່ງຂັນ ສີມືຊ່າງແຄນດີເດັ່ນທົ່ວປະເທດປະຈຳປີ 2020

ທ່ານ ບົວວັນ ອຸດົມສຸກ ຊະນະເລີດການແຂ່ງຂັນ ສີມືຊ່າງແຄນດີເດັ່ນທົ່ວປະເທດປະຈຳປີ 2020

ປິດລົງດ້ວຍຜົນສໍາເລັດໃນຕອນແລງຂອງວັນທີ 19 ທັນວາ 2020 ທີ່ຜ່ານມາຢູ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ສໍາລັບງານມະໂຫລານ “ສຽງແຄນເຊື້ອຊາດລາວມໍລະດົກໂລກ” ຊຶ່ງງານດັ່ງກ່າວຈັດຂຶ້ນເພື່ອສະເຫຼີມສະຫຼອງວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 100 ປີ, ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ທັງເປັນການສ້າງຂະບວນການ ເພື່ອຄຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ.

ງານມະໂຫລານດັ່ງກ່າວ ຈັດໂດຍສະມາຄົມສິລະປະແຄນລາວ ຊຶ່ງເປັນກຽດເຂົ້າຮ່ວມ ຂອງ ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ, ປະທານກິຕິມະສັກສະມາຄົມສິລະປະແຄນລາວ, ທ່ານ ສິນລາວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທຽ່ວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 ງານມະໂຫລານດັ່ງກ່າວນອກຈາກຈະມີການສະແດງສິລະປະວັດທະນະທຳ “ສຽງແຄນເຊື້ອຊາດລາວມໍລະດົກໂລກ” ແລ້ວ ຍັງໄດ້ມີການ ປະກວດແຂ່ງຂັນ ສີມືຊ່າງແຄນດີເດັ່ນປະຈໍາປີ 2020 ຊຶ່ງຜົນການແຂ່ງຂັນປະກົດວ່າ ທ່ານ ບົວວັນ ອຸດົມສຸກ ເມືອງພູກູດ, ແຂວງຊຽງຂວາງ ເປັນຜູ້ຊະນະເລີດໄດ້ຮັບລາງວັນເງິນສົດ 4.000.000 ກີບ, ໂລ້ລາງວັນ ແລະ ໃບກຽດຕິຄຸນ, ຮອງຊະນະເລີດໄດ້ແກ່ ທ່ານ ຈັນສີ ອຸດົມສຸກ ໄດ້ຮັບເງິນລາງວັນ 3.200.000 ກີບ ພ້ອມໂລ້ລາງວັນ ແລະ ໃບກຽດຕິຄຸນ. ສ່ວນລາງວັນທີ 3 ໄດ້ແກ່ ທ່ານ ແກ່ນ ອຸດົມສຸກ ເງິນລາງວັນ 2.500.000 ກີບ ພ້ອມໂລ້ລາງວັນ ແລະ ໃບກຽດຕິຄຸນ ແລະ ລາງວັນຊົມເຊີຍໄດ້ແກ່ ທ່ານ ສາຍທອງ ສາຍນະສິນ ເງິນລາງວັນ 2 ລ້ານກີບ ພ້ອມໃບກຽດຕິຄຸນ, ເຊິ່ງທັງໝົດແມ່ນມາຈາກບ້ານ ທົ່ງໝັ້ນ, ເມືອງພູກູດ, ແຂວງຊຽງຂວາງ.   

ຂ່າວ: ມະນີທອນ

ພາບ: ຂັນໄຊ

Related Articles

Leave a Reply