ທ່ານ ສອນໄຊ ສິດພະໄຊ ໄດ້ຮັບການແຕ່ງຕັ້ງເປັນ ປະທານສະພາບໍລິຫານ ທຫລ ຄົນໃໝ່

ທ່ານ ສອນໄຊ ສິດພະໄຊ ໄດ້ຮັບການແຕ່ງຕັ້ງເປັນ ປະທານສະພາບໍລິຫານ ທຫລ ຄົນໃໝ່

ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ​ ທະນາຄານແຫ່ງປະເທດລາວ (ທຫລ) ໄດ້ຮັບການແຕ່ງຕັ້ງໃຫ້ເປັນປະທານສະພາບໍລິຫານ ທຫລ ຄົນ​ໃໝ່ ເຊິ່ງພິທີມອບ-ຮັບ ໜ້າທີ່ປະທານສະພາບໍລິຫານ ທຫລ ຄົນໃໝ່ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ ທຫລ ລະຫວ່າງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານສະພາບໍລິຫານ ທຫລ ຄົນ​ເກົ່າ ​ແລະ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ​ ເປນ ປະທານສະພາບໍລິຫານ ທຫລ ຄົນໃໝ່.

ການແຕ່ງຕັ້ງປະທານສະພາບໍລິຫານ ທຫລ ຄົນໃໝ່ແມ່ນປະຕິບັດຕາມກົດໝາຍວ່າດ້ວຍ ທຫລ, ດຳລັດ​ຂອງນາຍົກລັດຖະມົນຕີ ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງສະພາບໍລິຫານ ທຫລ ເຊິ່ງເປັນການຈັດຕັ້ງ​ ບໍ​ລິ​ຫານ​ສູງສຸດ.

ປະທານສະພາບໍລິຫານ ທຫລ ຄົນ​ໃໝ່ ແລະ ກໍາມະການສະພາບໍລິຫານຊຸດໃໝ່ ປະກອບດ້ວຍບັນດາຄະນະນໍາທີ່ມາຈາກຂະແໜງການກ່ຽວຂ້ອງກັບການເຄື່ອນໄຫວຂອງທະນາຄານ ແລະ ກໍາມະການຊຸດນີ້ຍັງມາຈາກສະຖາບັນຄົ້ນຄ້ວາເສດຖະກິດແຫ່ງຊາດ ແລະ ມະຫາວິທະຍາໄລແຫ່ງຊາດ.

​ກໍາມະການສະພາບໍລິຫານຊຸດໃໝ່ນີ້ ຈະເຮັດວຽກ ແລະ ແກ້ໄຂບັນ​ຫາ​​ສຳ​ຄັນ​ຕ່າງໆທີ່ຕິດພັນກັບການເຄື່ອນໄຫວໜ້າທີ່ການເມືອງຂອງ ທຫລ ເປັນຕົ້ນແຜນເງິນຕາແຫ່ງ​ຊາດ ເພື່ອ​ສະ​ເໜີ​ລັດ​ຖະ​ບານ​ພິ​ຈາ​ລະ​ນາ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ, ບົດ​ລາຍ​ງານ​ການ​ເຄື່ອນ​ໄຫວ​ວຽກ​ງານ​ປະ​ຈຳ​ປີ ແລະ​ ທິດ​ທາງ​​ປີ​ຕໍ່​ໜ້າ, ການ​ຈັດ​ຕັ້ງ​ປະ​ຕິ​ບັດແຜນງົບປະມານລາຍຮັບ-ລາຍຈ່າຍປະຈໍາປີ ແລະ ທິດທາງປີຕໍ່ໜ້າ ເພື່ອສະເໜີນາຍົກລັດຖະມົນຕີພິຈາລະນາ ອະ​ນຸ​ມັດ ພ້ອມ​ນີ້ ຍັງ​ມີ​ໜ້າ​ທີ່​ຮັບ​ຮອງ​ເອົາ​ນະ​ໂຍ​ບາຍ ​ແລະ ​ລະ​ບຽບ​ການ​​ສຳ​ຄັນພາຍ​ໃນ​ຂອງ ທ​ຫລ ຕື່ມອີກ.  

ຂ່າວ: ວຽງຈັນທາຍ

Related Articles

Leave a Reply