ທ່ານ ໄຊສົມພອນ ພົມວິຫານ ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ຊຸດທີ IX

ທ່ານ ໄຊສົມພອນ ພົມວິຫານ ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ຊຸດທີ IX

ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 22 ມີນາ 2021, ຊຶ່ງບັນດາຜູ້ແທນກອງປະຊຸມໄດ້ພິຈາລະນາ ແລະ ລົງຄະແນນສຽງເລືອກຕັ້ງເອົາ ທ່ານ ໄຊສົມພອນ ພົມວິຫານ ເປັນປະທານສະພາແຫ່ງຊາດ ຊຸດທີ IX ພ້ອມນັ້ນກອງປະຊຸມສະພາຄັ້ງນີ້ ຍັງໄດ້ເລືອກຕັ້ງເອົາຮອງປະທານສະພາແຫ່ງຊາດຊຸດທີ IX ຈຳນວນ 5 ທ່ານ ຊຶ່ງປະກອບມີ : ທ່ານນາງ ສູນທອນ ໄຊຍະຈັກ, ທ່ານ ຈະເລີນ ເຢຍປາວເຮີ, ທ່ານ ຄໍາໃບ ດໍາລັດ, ທ່ານ ສົມມາດ ພົນເສນາ ແລະ ທ່ານ ພົນໂທ ສຸວອນ ເລືອງບຸນມີ.
ສໍາລັບ ກອງປະຊຸມຄັ້ງນີ້ ຈະດໍາເນີນໄປຈົນເຖິງວັນທີ 26 ມີນາ2021 ເພື່ອພິຈາລະນາຮັບຮອງເອົາຫຼາຍໂຄງປະກອບກົງຈັກຂອງສະພາແຫ່ງຊາດຊຸດທີIX, ການແຕ່ງຕັ້ງປະທານກໍາມາທິການສະພາແຫ່ງຊາດ, ເລຂາທິການ ແລະ ຮອງປະທານກໍາມາທິການຂອງສະພາແຫ່ງຊາດຊຸດທີIX; ພິຈາລະນາ, ຮັບຮອງການເລືອກຕັ້ງປະທານປະເທດ, ຮອງປະທານປະເທດ; ພິຈາລະນາ, ຮັບຮອງການເລືອກຕັ້ງນາຍົກລັດຖະມົນຕີ, ໂຄງປະກອບລັດຖະບານ, ການແຕ່ງຕັ້ງຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານຊຸດໃໝ່; ພິຈາລະນາ, ຮັບຮອງການເລືອກຕັ້ງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູງສຸດ, ປະທານອົງການກວດສອບແຫ່ງລັດ ແລະ ປະທານອົງການກວດກາແຫ່ງລັດ; ພິຈາລະນາ, ຮັບຮອງເອົາວຽກງານຂອງລັດຖະບານ, ວຽກງານຂອງອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ,ອົງການກວດສອບແຫ່ງລັດ ແລະ ວຽກງານອົງການກວດກາແຫ່ງລັດ ພ້ອມທັງການພິຈາລະນາ, ຮັບຮອງເອົາວຽກງານຂອງສະພາແຫ່ງຊາດຊຸດທີ IX.

ຂໍ້ມູນ: Pathedlao

Related Articles

Leave a Reply