ນະຄອນປາກເຊ​ ໄດ້ຮັບລາງວັນມາດຕະຖານເມືອງທອ່ງທ່ຽວສະອາດອາຊຽນ

ນະຄອນປາກເຊ​ ໄດ້ຮັບລາງວັນມາດຕະຖານເມືອງທອ່ງທ່ຽວສະອາດອາຊຽນ

ທ່ານ ນາງ ເຕດາວັນ ແກ້ວພິລາວັນ ກຳມະການພັກແຂວງ ຫົວໜ້າພະແນກວັດທະນະທຳ ແລະ​ ການທ່ອງທ່ຽວ​ແຂວງ​ຈໍາປາສັກ​ ສປປ​ ລາວ​ ໄດ້ເຂົ້າຮ່ວມງານມະຫາກຳທ່ອງທ່ຽວອາຊຽນ​ ທີ່ຈັດຂຶ້ນ​ໃນວັນ 30 ມັງກອນ ​2026​ ຢູ່ປະເທດພິລິບປິນ ເພື່ອເຂົ້າຮ່ວມຮັບລາງວັນ​ ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປີ​ 2026​ – 2028​ ທີ່ນະຄອນ​ປາກເຊ​ ແຂວງ​ຈໍາປາສັກ​ ໄດ້ຮັບ.

ນະຄອນປາກເຊ ແຂວງຈຳປາສັກ ເປັນ 1 ໃນ 4 ຕົວເມືອງ ຂອງ ສປປ ລາວ ທີ່ໄດ້ຮັບລາງວັນມາດຕະຖານເມືອງສະອາດອາຊຽນ ປີ​ 2026​ – 2028.​ ນອກນີ້,​ ແຂວງຈຳປາສັກ ຍັງໄດ້ຮັບລາງວັນມາດຕະຖານໂຮງແຮມຂຽວອາຊຽນ 7 ແຫ່ງ ປະກອບມີ​ ໂຮງແຮມຈຳປາພາເລດ, ໂຮງແຮມປອນອາລິນາ, ໂຮງແຮມນາກະສັງພາລາໄດ,​ໂຮງແຮມເດີຣິເວຍລາ, ໂຮງແຮມແສນສົດຊືນ,​ ຣິສອດຕາດຟານ, ຣິສອດທົ່ງຫວາຍໂຮມສະເຕ​ ແລະ​ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ1 ແຫ່ງ ຄື: ແຫຼ່ງທ່ອງທ່ຽວນໍ້າຕົກຕາດຟານ.

ຂໍ້ມູນ​ -​ ພາບ​: ຂະແໜງ​ທ່ອງທ່ຽວ​ແຂວງ​

Related Articles

Leave a Reply