ສູນບໍລິຈາກເລືອດແຫ່ງຊາດອົງການກາແດງລາວ ຍັງບໍ່ສາມາດສະໜອງເລືອດໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມໂດຍສະເພາະ ເພື່ອໃຊ້ເຂົ້າໃນການຮັກສາຄົນເຈັບຕ່າງໆບໍ່ ວ່າຈະເປັນພະຍາດໄຂ້ເລືອດອອກ, ພະຍາດຫົວໃຈ, ອຸປະຕິເຫດ ແລະ ພະຍາດອື່ນໆທີ່ຕ້ອງການໃຊ້ເລືອດຊຶ່ງມີຄວາມຕ້ອງການໃຊ້ ຫຼາຍກວ່າ 150 ຖົງ/ມື້.
ຫົວໜ້າສູນບໍລິຈາກເລືອດແຫ່ງຊາດອົງການກາແດງລາວ ທ່ານ ດຣ ຈັນທະລາ ສຸກສາຄອນ ໄດ້ກ່າວໃນພິທີເປີດກິດຈະກຳບໍລິຈາກເລືອດທີ່ໄດ້ຈັດຂຶ້ນມື້ເຊົ້ານີ້ທີ່ສູນການຄ້າລາວ- ໄອເຕັກ ວ່າ: ການບໍລິຈາກເລືອດໃນຄັ້ງນີ້ແມ່ນມີຄວາມສຳຄັນຫຼາຍເນື່ອງຈາກການລະບາດ Covid-19 ແລະ ຄົນເຈັບຢູ່ໂຮງ ໝໍ ໃນນະຄອນຫຼວງວຽງຈັນຕ້ອງການເລືອດເປັນຈໍານວນຫຼາຍ ຫຼື ຫລາຍກວ່າ 150 ຖົງ ຕໍ່ມື້. ກິດຈະກຳ ດັ່ງກ່າວໄດ້ຮັບການສະໜັບສະໜູນ ຈາກບໍລິສັດເບຍລາວ ຈຳກັດ, ຊຶ່ງຄາດວ່າກິດຈະກໍາບໍລິຈາກເລືອດໃນມື້ນີ້ຈະສາມາດໄດ້ເລືອດຫຼາຍກວ່າ 500 ຖົງ ຈາກນັກຮຽນຢູ່ໂຮງຮຽນມັດທະຍົມຕອນປາຍວຽງຈັນ ທີ່ໄດ້ເຂົ້າຮ່ວມໃນການບໍລິຈາກໃນຄັ້ງນີ້.
ພາບ-ຂ່າວ: ວຽງດາວັນ

