ນັກກິລາອີສະປອດ ຍິງລາວ ຍາດໄດ້ອັນດັບ 4 ໃນງານ Asian Youth Games 2025 ທີ່ປະເທດບາເຣນ

ນັກກິລາອີສະປອດ ຍິງລາວ ຍາດໄດ້ອັນດັບ 4 ໃນງານ Asian Youth Games 2025 ທີ່ປະເທດບາເຣນ

ເມື່ອບໍ່ດົນມານີ້, ນາງ ທຳມະວົງ ວຽງສີລາ ໄດ້ສ້າງປະຫວັດສາດເປັນນັກກິລາອີສະປອດ ຍິງລາວ ຄົນທຳອິດ ຍາດໄດ້ອັນດັບ 4 ໃນເວທີລະດັບທະວີບ ໃນງານກິລາໄວໜຸ່ມທະວີບອາຊີ ຫຼື Asian Youth Games 2025 ທີ່ປະເທດບາເຣນ

 ນາງ ທຳມະວົງ ວຽງສີລາ ເປັນໜຶ່ງດ່ຽວຈາກລາວ ລົງແຂ່ງຂັນປະເພດ E-Football Console 1v1 Girls (ດ່ຽວຍິງ) ຜົນງານໃນຮອບແບ່ງກຸ່ມ 5 ນັດ ຊະນະ 2 ເສຍ 3 ຈົບອັນດັບ 4 ຈາກນັກກິລາ 6 ຄົນທີ່ເຂົ້າຮ່ວມທີ່ມາຈາກ ປະເທດຊາອຸດິອາຣາເບຍ, ສະຫະລັດ ອາຣັບ ເອມີເຣດ, ໄທ, ສຣີລັງກາ, ມົງໂກລີ ແລະ ສປປ ລາວ

ນາງ ທຳມະວົງ ວຽງສີລາ ເຂົ້າຮອບຮອງຊະນະເລີດ ໄປເສຍໃຫ້ ນັກກິລາຈາກຊາອຸດິອາຣາເບຍ 0-2 ແລະ ຊິງທີ 3 ເສຍໃຫ້ນັກກິລາຈາກສະຫະລັດ ອາຣັບ ເອມີເຣດ ແບບຫວຸດວິດ 2-3 ໄດ້ທີ 4 ໄດ້ຮັບໃບຢັ້ງຢືນຜົນງານຈາກສະພາໂອລິມປິກແຫ່ງອາຊີ (Olympic Council of Asia).

ນັບຕັ້ງແຕ່ສະຫະພັນກິລາອີສະປອດລາວ ສ້າງຕັ້ງຂຶ້ນ ວົງການອີສະປອດລາວ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ ແລະ ກ້າວກະໂດດ ທັງປະລິມານ ແລະ ຄຸນນະພາບ, ສ້າງບົດບາດ ຜົນງານ ໃນເວທີພາກພື້ນ ແລະ ສາກົນ.

ຜົນງານຄັ້ງນີ້ ເປັນບາດກ້າວສຳຄັນຂອງ ສປປ ລາວ ໃນການສົ່ງເສີມບົດບາດແມ່ຍິງເຂົ້າໃນຂະແໜງການກິລາເອເລັກໂຕຣນິກ ແລະ ເປັນການສ້າງຊື່ສຽງໃຫ້ທົ່ວໂລກໄດ້ຮັບຮູ້ເຖິງຄວາມສາມາດຂອງຄົນລາວຢ່າງພາກພູມໃຈ

ແຫຼ່ງຂ່າວ: ຂ່າວກິລາ Lao National TV

Related Articles

Leave a Reply