ປີທ່ອງທ່ຽວລາວ-ຈີນ 2019 ແມ່ນໄດ້ຮັບຜົນສໍາ ເລັດ 1 ລ້ານຄົນ ຕາມຄາດໝາຍທີ່ຄາດໄວ້ ໂດຍ
ນັກທ່ອງທ່ຽວຈີນຄົນທີ 1 ລ້ານ, ຊື່ ທ່ານ ເຊຍຈາວ (Xia chao) ອາຍຸ 27, ເຊິ່ງເປັນນັກທຸ ລະກິດ ແລະ ເປັນຄົນແຂວງ ຫູເປີຍ ພາກກາງ ຂອງ ຈີນ ມາເຖິງເດີ່ນບິນວັດໄຕໃນເຊົ້າວັນທີ 31 ທັນວາ 2019.
ທ່ານ ເຊຍຈາວ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວ່າ: ລາວມີຄວາມຮູ້ສຶກດີໃຈແລະຕື່ນເຕັ້ນຫຼາຍທີ່ໄດ້ຮູ້ວ່າລາວເປັນຈີນຄົນທີ 1 ລ້ານທີ່ໄດ້ມາທ່ອງທ່ຽວ ລາວໃນປີນີ້, ເຊິ່ງເປັນເປົ້າໝາຍທີ່ລັດຖະບານ ລາວຕັ້ງໄວ້ໃນປີທ່ອງທ່ຽວລາວຈີນນີ້. ທ່ານ ເຊຍຈາວ ຍັງໄດ້ກ່າວຕື່ມອີກວ່າ ຕົນເອງເຄີຍໄດ້ ມາທ່ອງທ່ຽວລາວແລ້ວເທື່ອໜຶ່ງ ເຊິ່ງລາວມີທຸ ລະຢູ່ໃນ ສປປ ລາວ ແລະ ໄດ້ມາຕິດຕາມທຸລະ ກິດດັ່ງກ່າວ. ຄັ້ງນີ້ໄດ້ມາພ້ອມໝູ່ເຊິ່ງເປັນນັກ ທຸລະກິດອີກ 2 ຄົນ, ທ່ານ ເຊຍຈາວ ຕັ້ງໃຈ ວ່າມາຄັ້ງນີ້ຈະຢູ່ນະຄອນຫຼວງປະມານ 5 ວັນ ຈາກນັ້ນ ຈະເດີນທາງໄປທ່ອງທ່ຽວ ວັງວຽງ ນະຄອນຫຼວງພະບາງ ແລະ ບັນດາແຂວງຢູ່ພາກ ເໜືອຂອງລາວ. ທ່ານ ເຊຍຈາວ ຍັງໄດ້ກ່າວ ຕອນທ້າຍອີກວ່າ: ສອງເຫດຜົນທີ່ລາວຕັດ ສີນໃຈມາລົງທຶນ ແລະ ໄປທ່ຽວຢູ່ຫຼາຍແຂວງ ຍ້ອນວ່າຄົນລາວມີນິໄສດີ ແລະ ອາກາດກໍ່ດີ ບໍ່ໜາວ.
ຂ່າວ-ພາບ ຄຳພັນ.