ບໍລິສັດໄອເຣິນບາກ ລາວ ຈໍາກັດ ເປັນບໍລິສັດຂອງນັກລົງທຶນອົດສະຕຣາລີໄດ້ມາລົງທຶນສົ່ງເສີມປະຊາຊົນ 7 ບ້ານ ຢູ່ເມືອງວິລະບູລີ ແຂວງສະຫວັນນະເຂດ ເພື່ອປູກໝາກກ້ຽງ ແລະ ໝາກນາວໃນເນື້ອທີ່ສໍາປະທານ 76 ເຮັກຕາ
ຊຶ່ງຮອດປັດຈຸບັນໄດ້ປູກໝາກກ້ຽງແລ້ວ 38.000 ຕົ້ນ ແລະ ໝາກນາວ 5.000 ຕົ້ນ.
ທ່ານສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມສວນໝາກກ້ຽງ ແລະ ສວນໝາກນາວດັ່ງກ່າວ ເມື່ອບໍ່ດົນມານີ້ທີ່ບ້ານນາຫອຍ ເມືອງວິລະບູລີ.
ທ່ານ ໄຊສະຫວາດ ໄຊຍະລາດ ວິຊາການບໍລິສັດໄອເຣິນບາກລາວ ໄດ້ກ່າວລາຍງານກ່ຽວກັບສວນປູກດັ່ງກ່າວຕໍ່ທ່ານເຈົ້າແຂວງສະຫວັນນະເຂດວ່າ: ບໍລິສັດໄອເຣິນບາກ ລາວ ຈໍາກັດໄດ້ເລີ່ມມາສົ່ງເສີມໃຫ້ປະຊາຊົນປູກໝາກກ້ຽງ ແລະ ໝາກນາວ ຢູ່ທີ່ເມືອງວິລະບູລີ ເພື່ອສົ່ງຈຳໜ່າຍໃຫ້ບໍ່ຄຳເຊໂປນ ແລະ ຂາຍພາຍໃນໃນແຂວງ ແລະ ບັນດາແຂວງອອ້ມຂ້າງ, ຊຶ່ງໄດ້ທົດລອງປູກໃນປີ 2015, ມີ 1.000 ຕົ້ນ ໂດຍການສົ່ງເສີມໃຫ້ປະຊາຊົນປູກແບບ 2+3 ຄື: ປະຊາຊົນມີດິນ ແລະ ແຮງງານ, ສ່ວນບໍລິສັດແມ່ນສະໜອງແນວພັນ, ອາຫານເສີມ ແລະ ຢາປ້ອງກັນແມງໄມ້. ມີ 7 ບ້ານ ຄື: ບ້ານແກ້ງເກິກ, ນາຫອຍ, ວັງທ່າຄວາຍ, ບຸ່ງຄຳ, ລາດແດງໃຫຍ່, ກົກໝາກ ແລະ ບ້ານນ້ຳປາເຄນ, ມີ 54 ຄອບຄົວ ພາຍໃນເມືອງວິລະບູລີ. ສຳລັບໝາກກ້ຽງ ປີທີ 3 ກໍສາມາດເກັບຂາຍໄດ້ ຈົນເຖິງ 25 ປີ ຫຼັງຈາກນັ້ນ ກໍຕັດຕໍ່ກິ່ງໃໝ່ ແລະ ສາມາດຂາຍໄດ້ອີກໃນ 3 ປີຕໍ່ໜ້າ, ຖ້າຫາກວ່າປູກຖືກ ຕ້ອງຕາມເຕັກນິກວິຊາການ, ມີນ້ຳພຽງພໍໃນປີທີ 3 ໜຶ່ງຕົ້ນຈະສາມາດໃຫ້ຜົນຜະລິດ 12 ຫາ 15 ກິໂລ ແລະ ປີຕໍ່ໆໄປ ຈະໄດ້ປະມານ 70 ກິໂລ. ສຳລັບການເກັບຜົນຜະລິດຂາຍໃນປີຜ່ານມາ ປະຕິ ບັດໄດ້ທັງໝົດ 3 ໂຕນ ໃນນັ້ນ 50% ຂອງຜົນຜະລິດ ແມ່ນສົ່ງຂາຍບໍ່ຄຳ ເຫຼືອນັ້ນແມ່ນ ຂາຍພາຍໃນເມືອງ, ຊຶ່ງຂາຍໃນລາຄາ 10 ພັນກີບ/ກິໂລ. ສະເພາະປີ 2020 ຄາດວ່າຈະໄດ້ຜົນຜະລິດປະ ມານ 30 ໂຕນ.
ຂ່າວ-ພາບ: ຕຸກຕຸກ

