ຂ້າມຝັ່ງສ້າງຜົນງານໃໝ່ໃນບົດບາດຄຸນໜູ ນ້ຳຕານ ໃນຊີຣີສເລື່ອງ “ສາຍລັບລົດແຫ່” ແລະ ເລື່ອງນີ້ກໍເປັນທີ່ໜ້າຈັບຕາເບິ່ງຫຼາຍ ເພາະມີການນຳເອົາວັດທະນະທຳ “ລົດແຫ່” ທີ່ເປັນເອກະລັກຂອງທ້ອງຖິ່ນມາປະສົມປະສານກັບແນວສືບສວນ.
ອານິຕ້າ ຢາການາກິ ນັກສະແດງ-ນາງແບບສາວ ຈາກຄ້າຍ Firstmodelinglao ຮ່ວມສະແດງຊີຣີສ໌ອີສານແນວສືບສວນສວນ “ສາຍລັບລົດແຫ່ຂອງຊ່ອງ TrueVision ແລະ ກຳລັງຈະສາຍໃຫ້ເບິ່ງກັນໃນໄວໆນີ້.
ຜົນງານທີ່ຜ່ານມາປະສົບຜົນສຳເລັດໄປອີກໜຶ່ງກ້າວສຳລັບ ອານິຕ້າ ຢາການາກິ ທີ່ໄດ້ພັດທະນາທາງດ້ານການສະແດງ ຈົນໄດ້ຂ້າມຝັ່ງໄປສະແດງຊີຣີສຢູ່ປະເທດໄທ. ອານິຕ້າ ຖືວ່າເປັນນັກສະແດງສາວທີ່ມີຜົນງານຫຼາກຫຼາຍບໍ່ວ່າຈະເປັນງານພຣີເຊັນເຕີ, ການສະແດງໃນວິດີໂອເພງ, ຊີຣີສ ແລະ ຍັງສະແດງເປັນນາງເອກໜັງລາວ “ແສງອາລຸນທີ່ປາຍຂອບຟ້າ” ອີກດ້ວຍ.
ຊີຣີສໄທເລື່ອງ ສາຍລັບລົດແຫ່
ເອົາເປັນວ່າ ມ່ວນ ຈະຂໍກັບມາທີ່ຜົນງານເລື່ອງຫຼ້າສຸດຂອງລາວກັນກ່ອນ. ອານິຕ້າ ຮັບບົດເປັນຄຸນໜູ ນ້ຳຕານ ຢູ່ໃນຊີຣີສເລື່ອງ ສາຍລັບລົດແຫ່ ໂດຍທີ່ເລື່ອງໄດ້ເລົ່າເຖິງໝູ່ບ້ານ ແສນສຸກ ທີ່ມີເລື່ອງໜ້າສົງໄສ ຈົນເຮັດໃຫ້ມີກຸ່ມຕຳຫຼວດໃໝ່ໄຟແຮງ ຈະເຂົ້າໄປສືບຂໍ້ມູນຢູ່ໝູ່ບ້ານແຫ່ງນີ້ ແລະ ແຜນປະຕິບັດການລົດແຫ່ກໍເກີດຂຶ້ນ.
ຊີຣີສເລື່ອງນີ້ເປັນທີ່ໜ້າຈັບຕາເບິ່ງ ເພາະມີການນຳເອົາວັດທະນະທຳ “ລົດແຫ່” ທີ່ເປັນເອກະລັກຂອງທ້ອງຖິ່ນມາປະສົມປະສານກັບແນວສືບສວນ ເຮັດໃຫ້ເປັນຜົນງານທີ່ແຟນໆທັງໃນລາວ ແລະ ໄທ ລໍຖ້າເບິ່ງນຳກັນ.
ຍັງບໍ່ໝົດແຕ່ພຽງເທົ່ານີ້, ຍັງຈະໄດ້ເຫັນບົດບາດການສະແດງໃໝ່ໆຂອງ ອານິຕ້າ ຢາການາກິ ຈະເປັນແນວໃດ ພວກເຮົາມາລໍຖ້າຕິດຕາມນຳກັນເດີທຸກຄົນ.
ຂ່າວ: ຕູ່

