ນັກຮຽນສົງ 300 ອົງໄດ້ຝຶກອົບຮົມ ກຳມະຖານ

ນັກຮຽນສົງ 300 ອົງໄດ້ຝຶກອົບຮົມ ກຳມະຖານ

ນັກຮຽນສົງ 300 ອົງຈາກມັດທະຍົມສົງໂສກປ່າຫຼວງ, ມັດທະຍົມສົງດົງໂດກ ແລະ ມັດທະຍົມສົງນາຊາຍທອງໄດ້ຝຶກອົບຮົມ ກຳມະຖານໃນລະຫວ່າງວັນທີ 17-25 ມັງກອນ 2026 ຢູ່ວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນຈັດໂດຍສໍານັກປະຕິບັດວິປັດສະນາກຳມະຖານວັດປ່ານາຄູນນ້ອຍ ຮ່ວມກັບ ກຳມາທິການສຶກສາສົງ ນະຄອນຫຼວງວຽງຈັນ ແລະ ການຈັດຕັ້ງທົ່ວເມືອງນາຊາຍທອງ.

ການຈັດຊຸດຝຶກອົບຮົມກຳມະຖານຄັ້ງນີ້, ເພື່ອສົ່ງເສີມສາມະເນນ ໄດ້ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ແລະ ຫ່າງໄກສິ່ງເສບຕິດ, ເພື່ອພັດທະນາສາມະເນນ ໃຫ້ຮູ້ວິທີປະຕິບັດໃນທາງພຸດທະສາສະໜາຢ່າງຖືກຕ້ອງ ແລະ ເພື່ອປູກຝັງຄຸນນະທຳທາງພຸດທະສາສະໜາ ໃຫ້ງອກງາມໃນຈິດໃຈຂອງສາມະເນນ ຈົນສາມາດນໍາໄປປະຕິບັດ ແລະ ນໍາໃຊ້ໃນຊີວິດປະຈຳວັນຢ່າງເໝາະສົມ. ທັງເປັນການອົບຮົມທຳມະ ໃຫ້ແກ່ສາມະເນນ ຈົນສາມາດນໍາໄປປະຍຸກໃຊ້ໃນຊີວິດປະຈໍາວັນໄດ້, ປູກຝັງຈິດສໍານຶກໃນການພັດທະນາຕົນເອງຂອງສາມະເນນ, ຝຶກສາມະເນນ ໃຫ້ຮູ້ຈັກໃຊ້ຊັບ ພະຍາກອນຢ່າງປະຢັດ ແລະ ພໍພຽງ, ທັງຈະເຮັດໃຫ້ສາມະເນນ ຮູ້ເທົ່າທັນກັບສື່ຕ່າງໆ, ຮູ້ໂທດ-ໄພ ແລະ ຫ່າງໄກຢາເສບຕິດ, ຮູ້ ແລະ ເຂົ້າໃຈຕໍ່ໜ້າທີ່ໃນການປະຕິບັດຕົນກັບຄູບາອາຈານ ແນໃສ່ພັດທະນາສາມະເນນ ໃຫ້ເປັນຜູ້ມີຄຸນນະທຳ-ສີລະທຳ, ຈາຣິຍະທຳ ທີ່ດີງາມ, ມີຄວາມຮູ້ຄວາມເຂົ້າໃຈຕໍ່ຫຼັກທໍາຄໍາສອນ ແລະ ສາມາດນໍາຫຼັກທໍາ ໃນທາງພະພຸດທະສາສະໜາ ໄປໃຊ້ໃນຊີວິດ ປະຈໍາວັນໄດ້ ຊຶ່ງຈະເປັນການຊ່ວຍແກ້ໄຂບັນຫາໄພສັງຄົມໄດ້ເຊັ່ນ: ແກ້ໄຂບັນຫາຄວາມບໍ່ສະຫງົບໃນວັດ, ແກ້ໄຂບັນຫາຢາເສບຕິດ, ແກ້ໄຂບັນຫາການບໍ່ເຂົ້າຫ້ອງຮຽນ ແລະ ແກ້ໄຂບັນຫາການ ປະພຶດຜິດຕໍ່ຫຼັກທໍາວິໄນຂອງສົງ.

ຊຸດຝຶກອົບຮົມຄັ້ງນີ້, ສາມະເນນ ຈະໄດ້ຮຽນຮູ້ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເປັນຕົ້ນ ພາກທິດສະດີ ຈະໄດ້ຮຽນຮູ້ ສາມະເນນສິກຂາ, ມຸງຄຸນຊີວິດ, ສາສະໜາພິທີ, ໂທດ-ໄພຂອງສິ່ງເສບຕິດ ແລະ ທິດ 6. ສ່ວນພາກປະຕິບັດຕົວຈິງ ຈະໄດ້ໄຫວ້ພະສູດມົນ ເຊົ້າ-ແລງ, ຝຶກວິປັດສະນາກຳມະຖານ, ຝຶກມາລະຍາດທາງສັງຄົມ. ພ້ອມນີ້, ຍັງຈະໄດ້ເຮັດກິດຈະກຳຮ່ວມກັນ ແລະ ຟັງນິທານສະທ້ອນສັງຄົມ ຊຶ່ງເຕັກນິກ ແລະ ວິທີການຝຶກອົບຮົມຈະເນັ້ນເອົານັກຮຽນເປັນຈຸດໃຈກາງ, ບັນຍາຍ, ຖາມ-ຕອບ ແລະ ລະດົມຄວາມຄິດ, ນໍາພາປະຕິບັດຕົວຈິງ, ເຮັດວຽກແບບມີສ່ວນຮ່ວມເປັນໝູ່ຄະນະ ແລະ ເຄົາລົບເຊິ່ງກັນ ແລະ ກັນ ໂດຍມີ ວິທະຍາກອນ ຈາກກຳມາທິການເຜີຍແຜ່ສີລະທຳ ແລະ ປະຕິບັດກຳມະຖານສູນກາງ, ອົງການຈັດຕັ້ງທີ່ກ່ຽວຂ້ອງທັງພາກລັດ-ເອກະຊົນ ແລະ ສໍານັກປະຕິບັດວິປັດສະນາກຳມະຖານ ວັດປ່ານາຄູນນ້ອຍ.

ແຫຼ່ງຂໍ້ມູນຂ່າວ-ພາບ: ຂປລ

Related Articles

Leave a Reply