ການປະກວດນາງສາວທິດາຊ້າງ ຢູ່ແຂວງໄຊຍະບູລີ ປະຈຳປີ 2026
ໄດ້ຈັດຂຶ້ນໃນຄໍ່າຄືນຂອງວັນທີ 12 ກຸມພາ 2026 ມີ່ຜ່ານມາ ໂດຍມີນ້ອງນາງສາວເຂົ້າຮ່ວມທັງໝົດ 17 ໝາຍເລກ ຊຶ່ງຜົນການປະກວດປະກົດວ່າ ນາງ ສຸພາພອນ ສີຈຳປາ ອາຍຸ 17 ປີ, ຕົວແທນຈາກ ເມືອງບໍ່ແຕນ ໝາຍເລກ 6 ຄວ້າອັນດັບ 1 ໄດ້ເປັນນາງສາວທິດາຊ້າງ ແຂວງໄຊຍະບູລີ ປະຈຳປີ 2026 ມາຄອງ; ອັນດັບ 2 ແມ່ນຕົວແທນຈາກ ເມືອງເງິນ (ໝາຍເລກ 16); ອັນດັບ 3 ແມ່ນ ຕົວແທນຈາກ ເມືອງຊຽງຮ່ອນ (ໝາຍເລກ 9) ແລະ ລາງວັນພິເສດ ຫຼື ລາງວັນຂວັນໃຈມວນຊົນ ໄດ້ແກ່ ໝາຍເລກ 01 ຕົວແທນຈາກເມືອງຫົງສາ.
ງານບຸນຊ້າງປະຈໍາປີ 2026 ທີ່ ແຂວງໄຊຍະບູລີຈະມີພິທີເປີດຢ່າງເປັນທາງການໃນມື້ວັນທີ 14 ກຸມພາ 2026 ນີ້ ໂດຍມີຊ້າງເຂົ້າຮ່ວມ 50 ໂຕ.

