ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແມ່ນໜຶ່ງໃນຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ພ້ອມດ້ວຍພັນລະຍາ ໄດ້ໄປໃຊ້ສິດປ່ອນບັດເລືອກຕັ້ງ ສສຊ ແລະ ສສຂ ໃນຕອນເຊົ້າຂອງມື້ນີ້ ຢູ່ຈຸດປ່ອນບັດເລືອກຕັ້ງບ້ານໂຊກອຳນວຍ ທີ່ສະໂມສອນຫຼັກ 4 ນະຄອນປາກເຊ ແຂວງຈຳປາສັກ.
ສະເພາະຢູ່ແຂວງຈໍາປາສັກ ມີຜູ້ ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ຈໍານວນ 20 ທ່ານ (ຍິງ 05 ທ່ານ), ຈາກສູນກາງ 07 ທ່ານ (ຍິງ 03 ທ່ານ), ຈາກທ້ອງຖິ່ນ 13 ທ່ານ, (ຍິງ 02 ທ່ານ), ຈໍານວນ 20 ທ່ານນັ້ນ ແມ່ນເລືອກເອົາ 15 ທ່ານ ແລະ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຈໍານວນ 70 ທ່ານ (ຍິງ 20 ທ່ານ) ເລືອກເອົາ 50 ທ່ານ.

