ນາຍົກເນັ້ນໃຫ້ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການເງິນເລັ່ງປັບປຸງຫຼາຍດ້ານ

ນາຍົກເນັ້ນໃຫ້ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການເງິນເລັ່ງປັບປຸງຫຼາຍດ້ານ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວເນັ້ນທີ່ກອງປະຊຸມສະຫຼຸບວຽກງານແຜນການ-ການລົງທຶນ ແລະ ການເງິນ ປະຈໍາ ປີ 2020 ແລະ ທິດທາງ ປະຈໍາປີ 2021 ທີ່ໄດ້ຈັດຂຶ້ນໃນວັນທີ 5 ກຸມພາ 2021 ນີ້ທີ່ ຫໍປະຊຸມແຫ່ງຊາດວ່າ:  ຢາກໃຫ້ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການເງິນສຸມໃສ່ຢ່າງເລັ່ງດ່ວນໃນການຈັດຕັັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການໃນການຄຸ້ມຄອງ ມະຫາພາກທາງດ້ານການເງິນ, ເງິນຕາເພືີ່ອສ້າງຄວາມໝັັ້ນທ່ຽງໃຫ້ເສດຖະກິດ ແລະ ສ້າງຄວາມເຊືີ່ອໝັັ້ນໃຫ້ແກ່ນັກລົງທຶນ ແລະ ຜູ້ປະກອບການຕໍ່ກັບສະພາບເສດຖະກິດຂອງປະເທດເຮົາ ນອກນັ້ນທ່ານໄດ້ເນັ້ນໃຫ້ ມີກົນໄກ ແລະ ຮູບແບບສົົ່ງເສີມການເຂົ້າເຖິງແຫຼ່ງທຶນໃຫ້ແກ່ບັນດາວິສາຫະກິດ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ ທັງນໍາໃຊ້ເຄືີ່ອງມືທີີ່ທັນສະໄໝເຂົ້າມາຊ່ວຍໃນການຄຸ້ມຄອງການດໍາເນີນງານເພືີ່ອຫຼຸດຕົ້ນທຶນໃນການຈັດຕັັ້ງປະຕິບັດ ແລະ ສ້າງຄວາມ ສະດວກໃຫ້ນັກລົງທຶນ ແລະ ຜູ້ປະກອບການສາມາດເຂົ້າເຖິງແຫຼ່ງທຶນ ແລະ ຂໍ້ມູນໄດ້ໄວຂຶ້ນ.

ສະເພາະແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປີ 2021 ໄດ້ກຳນົດຄາດໝາຍສູ້ຊົນ ເຮັດໃຫ້ ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ປີ 2021 ເພີ່ມຂຶ້ນຢ່າງຕໍ່າຢູ່ໃນລະດັບ 4%, ຮັບປະກັນສະຖຽນລະພາບ ທາງດ້ານເສດຖະກິດມະຫາພາກ, ສູ້ຊົນປະຕິບັດແຜນລາຍຮັບງົບປະມານ ໃຫ້ໄດ້  27.629 ຕື້ກີບ ຫຼື ທຽບເທົ່າ 15,13% ຂອງ GDP ແລະ ລາຍຈ່າຍງົບປະມານທັງໝົດ 31.583 ຕື້ກີບ ຫຼື ເທົ່າກັບ 17,30% ຂອງ GDP.

 ຂ່າວ-ພາບ:ຕູ່

Related Articles

Leave a Reply