ນາຍົກເນັ້ນໃຫ້ຂະແໜງ ຮສສ ສືບຕໍ່ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກເນັ້ນໃຫ້ຂະແໜງ ຮສສ ສືບຕໍ່ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ກອງປະຊຸມວິຊາການວຽກງານແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ທົ່ວປະເທດປະຈໍາປີ 2025 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມໃນວັນທີ 23 ມັງກອນ 2026 ທີ່ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ.

ໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນ ງານ ແລະ ຜົນສໍາເລັດຂອງຂະແໜງ ຮສສ ທີ່ຍາດມາໄດ້ໃນໄລຍະ 1 ປີຜ່ານມາ. ໃນປີ 2026 ໄດ້ເນັ້ນໜັກໃຫ້ຂະແໜງ ຮສສ ສືບຕໍ່ເອົາໃຈໃສ່ຫຼາຍບັນຫາສໍາຄັນຄື: ເອົາໃຈໃສ່ພັດທະນາສີມືແຮງງານ ໃຫ້ກໍາລັງແຮງງານລາວໄດ້ຄຸນນະພາບ, ຖືກຮັບຮູ້ ແລະ ສາມາດຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ, ຕ້ອງເຮັດວຽກເປັນລະບົບຢ່າງແຂງແຮງ ກັບຫົວໜ່ວຍແຮງງານທີ່ເປັນຜູ້ນໍາໃຊ້ແຮງງານຕົວຈິງ ໂດຍໃຫ້ຫົວໜ່ວຍແຮງງານເຫຼົ່ານີ້ໄດ້ເຂົ້າມາມີສ່ວນຮ່ວມໃນການສ້າງແຜນຄວາມຕ້ອງການ ແລະ ການພັດທະນາສີມືແຮງງານໃຫ້ຫຼາຍຂຶ້ນ ແລະ ຮັບເອົາແຮງງານທີ່ໄດ້ຜ່ານການຝຶກທີ່ມີຄຸນນະພາບເຂົ້າສູ່ຕຳແໜ່ງງານເລີຍ ເຮັດໃຫ້ຜູ້ອອກແຮງງານໄດ້ຝຶກທັກສະ, ມີຄວາມຊຳນານງານ, ມີລະບຽບວິໄນ, ມີວຽກເຮັດງານທໍາທີ່ໝັ້ນທ່ຽງ, ມີລາຍຮັບສາມາດເພິ່ງຕົນເອງ ແລະ ລ້ຽງຄອບຄົວໄດ້; ເອົາໃຈໃສ່ພັດທະນາລະບົບຖານຂໍ້ມູນຂ່າວສານຕະຫຼາດແຮງງານໃຫ້ເປັນເຄື່ອງມື ເປັນກົນໄກດັດສົມ ລະຫວ່າງຄວາມຕ້ອງການ ແລະ ການສະໜອງກໍາລັງແຮງງານຂະແໜງເສດຖະກິດ-ສັງຄົມ ແລະ ສາມາດເຊື່ອມຕໍ່ລະບົບຖານຂໍ້ມູນແຮງງານ ກັບລະບົບຖານຂໍ້ມູນອື່ນໆ ເປັນຕົ້ນຖານຂໍ້ມູນອາກອນເງິນເດືອນໃຫ້ເປັນລະບົບ; ພັດທະນາລະບົບປົກປ້ອງສັງຄົມໃຫ້ມີຄວາມເຂັ້ມແຂງ ເພື່ອປະຕິບັດນະໂຍບາຍສັງຄົມຂອງລັດ ຜ່ານລະບົບປົກປ້ອງສັງຄົມ ໃຫ້ສາມາດບໍລິການຕໍ່ປະຊາຊົນທີ່ດ້ອຍໂອກາດ, ຜູ້ທຸກຍາກ, ຜູ້ປະສົບໄພພິບັດຕ່າງໆ, ພະນັກງານທີ່ມີຜົນງານໃນພາລະກິດປະຕິວັດ, ຜູ້ອອກແຮງງານພາກວິສາຫະກິດ ແລະ ຜູ້ປະກອບອາຊີບອິດສະຫຼະສ່ວນບຸກຄົນທີ່ມີປະສິດທິພາບທີ່ດີຂຶ້ນ ໂດຍຕ້ອງໄດ້ສຸມໃສ່ພັດທະນາລະບົບປະກັນສັງຄົມໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບ ແນໃສ່ເຮັດໃຫ້ຜູ້ອອກແຮງງານ ສາມາດເຂົ້າເຖິງການປະກັນຕົນ ແລະ ເຂົ້າເຖິງການບໍລິການປະກັນສັງຄົມທີ່ມີປະສິດທິຜົນ ແລະ ກວ້າງຂວາງກວ່າເກົ່າ, ສ້າງສິ່ງອໍານວຍຄວາມສະດວກໃຫ້ຜູ້ອອກແຮງງານນອກລະບົບຕາມກຸ່ມອາຊີບຕ່າງໆໃນຂັ້ນທ້ອງຖິ່ນ ໄດ້ເຂົ້າຮ່ວມລະບົບປະກັນສັງຄົມແບບສະໝັກໃຈໃຫ້ຫຼາຍຂຶ້ນ ພ້ອມທັງປັບປຸງກົນໄກການຄຸ້ມຄອງ ແລະ ບໍລິຫານກອງທຶນປະກັນສັງຄົມແຫ່ງຊາດມີຄວາມໂປ່ງໃສຍືນຍົງ, ສາມາດຕອບສະໜອງການບໍລິການທີ່ມີຄຸນນະພາບ ແລະ ວ່ອງໄວ; ພັດທະນາລະບົບສະຫວັດດີການ-ສັງຄົມ ໃຫ້ສາມາດປະຕິບັດນະໂຍບາຍຊ່ວຍເຫຼືອສົງເຄາະ ແລະ ບັນເທົາທຸກໃຫ້ປະຊາຊົນທີ່ທຸກຍາກ, ດ້ອຍໂອກາດ ແລະ ຜູ້ປະສົບໄພພິບັດຕ່າງໆ ໂດຍສົ່ງເສີມໃຫ້ທຸກພາກສ່ວນໃນສັງຄົມມີສ່ວນຮ່ວມຢ່າງກວ້າງຂວາງ; ເພີ່ມທະວີເອົາໃຈ ໃສ່ປະຕິບັດບັນດາມາດຕະການປ້ອງກັນ ເພື່ອຫຼຸດຜ່ອນຄວາມເສຍຫາຍຈາກໄພພິບັດ, ການຄວບຄຸມຊ່ວຍ ເຫຼືອແກ້ໄຂສຸກເສີນ ແລະ ການຟື້ນຟູຄືນຫຼັງໄພພິບັດ ທີ່ຮັບປະກັນຄວາມທົນທານປອດໄພໃນອະນາຄົດ ລວມທັງວຽກງານການແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງໃຫ້ມີປະສິດທິຜົນຫຼາຍຂຶ້ນ; ສືບຕໍ່ເອົາໃຈໃສ່ຕັ້ງໜ້າປະຕິບັດນະໂຍບາຍໃຫ້ການຊ່ວຍເຫຼືອຜູ້ມີຜົນງານປະຕິວັດຊາດ ໃນເປົ້າໝາຍບຸລິມະສິດໃຫ້ສໍາເລັດໄວຂຶ້ນ ແຕ່ສິ່ງສໍາຄັນພາກສ່ວນທີ່ຮັບຜິດຊອບຢູ່ກະຊວງ ແລະ ທ້ອງຖິ່ນ ຕ້ອງມີຄວາມຊັດເຈນທາງດ້ານຂໍ້ມູນ ແລະ ມີຄວາມເປັນເອກະພາບກັນ ຫຼີກເວັ້ນປະຕິບັດນະໂຍບາຍຊໍ້າຊ້ອນ ຫຼື ບໍ່ຖືກເປົ້າໝາຍ ພ້ອມທັງເອົາໃຈໃສ່ຕິດຕາມໃຫ້ເງິນນະໂຍບາຍທີ່ຮັບປະກັນດ້ານຄວາມໂປ່ງໃສ, ຍຸຕິທຳ ແລະ ມອບສົ່ງ ຫຼື ເບີກຈ່າຍໃຫ້ໄປຮອດໄປເຖິງເປົ້າໝາຍຢ່າງຄົບຖ້ວນ ສົມທົບງົບປະມານຂອງລັດ ກັບການປະຕິບັດໂຄງການ ການສະແດງຄວາມຮູ້ບຸນຄຸນກະຕັນຍູ ແລະ ປະກອບສ່ວນຈາກສັງຄົມຕໍ່ຜູ້ທີ່ມີຜົນງານຕໍ່ການປະຕິວັດ ແລະ ຕໍ່ປະເທດຊາດ; ວຽກງານຄຸ້ມຄອງບໍລິຫານວຽກງານ ຮສສ ຕ້ອງໄດ້ຮັບການສ້າງຄວາມເຂັ້ມແຂງ ຕາມທິດຄຸ້ມຄອງດ້ວຍກົດໝາຍ ແລະ ລະບຽບການໃຫ້ມີຄວາມສັກສິດ ໂດຍສຸມໃສ່ສ້າງ ແລະ ປັບປຸງກົດໝາຍ, ນິຕິກຳລຸ່ມກົດໝາຍ ເພື່ອເປັນເຄື່ອງມືໃນການບໍລິຫານວຽກງານໃຫ້ມີຄວາມສັກສິດ; ເອົາໃຈໃສ່ການຈັດຕັ້ງຜັນຂະຫຍາຍນະໂຍບາຍ ແລະ ສ້າງວິໃສທັດແຜນຍຸດທະສາດ ໃນການພັດທະນາວຽກງານ ຮສສ ລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ມີຄວາມກົມກຽວກວ່າເກົ່າ, ຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນໃນປີ 2026 ຕາມທີ່ໄດ້ກຳນົດແຕ່ລະດ້ານ ໂດຍໃຫ້ມີການແບ່ງງານແບ່ງຄວາມຮັບຜິດຊອບ ລະຫວ່າງກະຊວງ ແລະ ທ້ອງຖິ່ນຢ່າງຈະແຈ້ງ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດຜົນຢ່າງເປັນຮູບປະທໍາຕົວຈິງ, ເພີ່ມທະວີການຮ່ວມມືກັບຕ່າງປະເທດ, ບັນດາປະເທດເພື່ອນມິດຍຸດທະສາດ, ພາກພື້ນ ແລະ ສາກົນ ຢ່າງກວ້າງຂວາງ ເພື່ອຍາດແຍ່ງການລະດົມແຫຼ່ງທຶນ ແລະ ເຕັກນິກວິຊາການໃຫ້ຫຼາຍຂຶ້ນ ເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານ ຮສສ ໃຫ້ເຕີບໃຫຍ່ຂະຫຍາຍຕົວ; ໃຫ້ເອົາໃຈໃສ່ສືບຕໍ່ປັບ ປຸງການຈັດຕັ້ງຂະແໜງ ຮສສ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດຕອບສະໜອງກັບຄວາມຕ້ອງການຂອງໜ້າທີ່ວຽກງານ ພ້ອມທັງສືບຕໍ່ຍົກລະດັບຄວາມຮູ້-ຄວາມສາມາດ ແລະ ຫົວຄິດປະດິດສ້າງດ້ານວິຊາການຂອງພະນັກງານ-ລັດຖະກອນ ເພື່ອເປັນກໍາລັງແຮງສໍາຄັນ ປະກອບສ່ວນເຂົ້າໃນການປະຕິບັດແຜນພັດທະນາ ຮສສ ຕາມທິດ 3 ສ້າງກະຊວງ ເຮັດບົດບາດມະຫາພາກເພີ່ມສິດ, ວຽກ, ງົບປະມານ ແລະ ບຸກຄະລາກອນໃຫ້ທ້ອງຖິ່ນ ເປັນເຈົ້າການປະຕິບັດວຽກຕົວຈິງຫຼາຍຂຶ້ນ ກໍຄືບັນດາຄາດໝາຍທີ່ໄດ້ກຳນົດໃຫ້ບັນລຸຜົນສໍາເລັດໃນປີ 2026.

ຂ່າວ-ພາບ: ວັນເພັງ

Related Articles

Leave a Reply