ນົກກະຈອກເທດ ເປັນສັດເສດຖະກິດເປັນທີ່ຕ້ອງການຂອງຜູ້ບໍລິໂພກ

ນົກກະຈອກເທດ ເປັນສັດເສດຖະກິດເປັນທີ່ຕ້ອງການຂອງຜູ້ບໍລິໂພກ

ການລ້ຽງນົກກະຈອກເທດກໍາລັງເປັນເສດຖະກິດຄອບຄົວທີ່ໄດ້ຮັບຄວາມນິຍົມ ແລະ ມີການຂະຫຍາຍຕົວຫຼາຍຢູ່ໃນນະຄອນຫຼວງວຽງຈັນ ຍ້ອນວ່ານົກດັ່ງກ່າວລ້ຽງງ່າຍ, ມີລາຄາສູງ ແລະ ມີຄວາມຕ້ອງການຫຼາຍຈາກຜູ້ບໍລິໂພກ ຈົນບໍ່ສາມາດຜະລິດໄດ້ຕາມຄວາມຕ້ອງການ.
 ຟາມນົກກະຈອກເທດ ຢູ່ບ້ານຖໍ້າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເປັນໜຶ່ງໃນຫຼາຍຟາມທີ່ໄດ້ລິເລີ່ມລ້ຽງນົກກະຈອກເທດມາແຕ່ທ້າຍປີ 2019, ໃນເນື້ອທີ່ 8 ເຮັກຕາ ໂດຍແບ່ງອອກເປັນເນື້ອທີ່ປູກຫຍ້າ, ສະຖານທີ່ລ້ຽງນົກ, ສ້າງຄອກນົກ ແລະ ອື່ນໆ, ໂດຍລ້ຽງນົກກະຈອກເທດ 3 ສາຍພັນຄື: ພັນຄໍແດງ, ຄໍດໍາ ແລະ ຄໍຟ້າ ຊຶ່ງຮອດປັດຈຸບັນນີ້ ພາຍໃນຟາມມີນົກກະຈອກເທດທັງໝົດ 35 ໂຕ ໃນນັ້ນແມ່ພັນ 20 ໂຕ ຊຶ່ງມີນໍ້າໜັກປະມານ 150 ກິໂລ/ໂຕ.
 ເຈົ້າຂອງຟາມນົກກະຈອກເທດ ຢູ່ບ້ານຖໍ້າ, ທ່ານ ແກ້ວສັນຕິສຸກ ໄຊຄໍາວົງ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ນົກກະຈອກເທດເປັນສັດເສດຖະກິດ, ນົກກະຈອກເທດ ໜຶ່ງໂຕຈະສາມາດຜະລິດໄຂ່ໄດ້ 65 ໜ່ວຍຕໍ່ປີ, ໃນໜຶ່ງປີທີ່ຜ່ານມາສາມາດຟັກໄຂ່ນົກກະຈອກເທດ 200 ໜ່ວຍເພື່ອຂາຍລູກນົກ ຊຶ່ງການຈໍາໜ່າຍ ແມ່ນຈະມີ 2 ລຸ້ນ ຄື: ນົກກະຈອກເທດອາຍຸປະມານ 1-2 ເດືອນຈະຂາຍໃນລາຄາ 1.800.000 ກີບ/ໂຕ ແລະ ອາຍຸປະມານ 6-7 ເດືອນ ສະເລ່ຍນໍ້າໜັກໄດ້ 60 ກິໂລ ຈະຂາຍໃນລາຄາ 6.000.000 ກີບ.
 ທ່ານ ແກ້ວສັນຕິສຸກ ໄດ້ກ່າວຕື່ມວ່າ: 1 ປີທີ່ຜ່ານມາ ພົບວ່າຄວາມຕ້ອງການຂອງຜູ້ບໍລິໂພກ ຫຼື ຜູ້ທີ່ຕ້ອງການລ້ຽງແມ່ນຫຼາຍ ຊຶ່ງທາງຟາມຍັງບໍ່ສາມາດຜະລິດລູກນົກກະຈອກເທດໄດ້ພຽງພໍກັບຄວາມຕ້ອງການ ຊຶ່ງໃນອະນາຄົດຈະຂະຫຍາຍສາຍພັນໃຫ້ຫຼາຍຂຶ້ນ.

ຂ່າວ: ວຽງຈັນທາຍ

ຂໍ້ມູນ-ພາບ: ວຽງຈັນໃໝ່

 

Related Articles

Leave a Reply