ພະແນກແຮງງານສະຫວັດດີການ ແລະ ສັງຄົມ ແຂວງສະຫວັນນະເຂດ ໄດ້ແຈ້ງຕໍ່ທີມງານວຽງຈັນທາຍ ໃນຕອນເຊົ້າວັນທີ 21 ຕຸລາ 2020 ກ່ຽວກັບສະພາບນໍ້າຖ້ວມຢູ່ແຂວງສະຫວັນນະເຂດວ່າ: ປັດຈຸບັນນີ້ ບາງເມືອງນໍ້າໄດ້ບົກແຫ້ງລົງແດ່ແລ້ວແຕ່ຍັງບໍ່ປົກກະຕິ, ແຕ່ຍັງມີ 2 ເມືອງຈາກ 8 ເມືອງທີ່ຖືກນໍ້າຖ້ວມພາຍໃນແຂວງ ຄື: ເມືອງສອງຄອນ ແລະ ເມືອງຈໍາພອນ ຊຶ່ງຍັງມີການຍົກຍ້າຍປະຊາຊົນອອກຈາກເຂດນໍ້າຖ້ວມ ຍ້ອນນໍ້າເຊຈໍາພອນ ແລະ ເຊບັງຫຽງ ຍັງສືບຕໍ່ຍຶ່ງຂຶ້ນຍ້ອນວ່າບັນດາເມືອງດັ່ງກ່າວຢູ່ເຂດລຸ່ມຂອງສາຍນໍ້າ ຕ່າງໆເຮັດໃຫ້ນໍ້າ ໄດ້ໄຫຼມາໂຮມກັນ ແລະ ເຮັດໃຫ້ຍັງຍຶ່ງຂຶ້ນຢູ່, ແຕ່ ຄາດວ່າພາຍໃນ 1-2 ວັນນີ້ນໍ້າຖ້ວມຢູ່ສອງ ເມືອງນີ້ຈະເລີ່ມບົກແຫ້ງລົງຖ້າ ຝົນຢຸດຕົກ.
8 ເມືອງທີ່ຖືກນໍ້າຖ້ວມຢູ່ ແຂວງສະຫວັນນະເຂດປະກອບມີ ເມືອງພີນ, ເຊໂປນ, ນອງ, ທ່າປາງທອງ, ສອງຄອນ, ຈໍາພອນ, ຊົນບູລີ ແລະ ເມືອງວິລະບູລີ ລວມມີ 90 ບ້ານ, 2.874 ຄອບຄົວ, 15.764 ຄົນ ທີ່ໄດ້ຮັບຜົນກະທົບ.
ພະແນກແຮງງານສະຫວັດດີການ ແລະ ສັງຄົມ ແຈ້ງໃຫ້ຮູ້ຕື່ມວ່າ: ປັດຈຸບັນນີ້ ບາງຄອບຄົວແມ່ນໄດ້ກັບບ້ານແລ້ວ ແຕ່ຍັງມີຫຼາຍຄອບຄົວທີ່ຍັງຕ້ອງໄດ້ອາໄສຢູ່ສູນພັກພິງຊົ່ວຄາວ ຍ້ອນວ່ານໍ້າຍັງບໍ່ບົກແຫ້ງເປັນປົກກະຕິ ແລະ ບາງຄອບຄົວຍັງບໍ່ມີເຮືອນຍ້ອນນໍ້າໄດ້ຊຸເຮືອນຂອງ ເຂົາເຈົ້າໄປກັບກະແສນໍ້າ ແລະ ບາງຄອບຄົວເຮືອນຊານຖືກເປ່ເພເສຍຫາຍໜັກຈຶ່ງລໍຖ້າ ໃຫ້ນໍ້າບົກແຫ້ງເປັນປົກກະຕິກ່ອນຈຶ່ງຈະສາມາດເຂົ້າໄປສ້ອມແປງເຮືອນຊານ ແລະ ຢູ່ອາໄສໄດ້.
ສ່ວນຜົນເສຍຫາຍລວມກ່ຽວກັບ ພື້ນຖານໂຄງລ່າງ, ຜົນຜະລິດກະສິກໍາ ແລະ ອື່ນໆ ຢູ່ 8 ເມືອງທີ່ຖືກນໍ້າຖ້ວມຈະລາຍງານຕາມພາຍຫຼັງ.
ຂ່າວ: ວຽງຈັນທາຍ
ພາບ: ສິນ (ສະພາບນໍ້າຖ້ວມຢູ່ເມືອງສອງຄອນໃນຕອນເຊົ້າຂອງມື້ນີ້)

