ນໍ້າຖ້ວມກະທັນຫັນ ຢູ່ບ້ານນໍ້າແອ່ງເມືອງວຽງພູຄາ

ນໍ້າຖ້ວມກະທັນຫັນ ຢູ່ບ້ານນໍ້າແອ່ງເມືອງວຽງພູຄາ

ເກີດເຫດນໍ້າຖ້ວມກະທັນຫັນແບບປະຊາຊົນຕັ້ງຕົວບໍ່ທັນ ຍ້ອນຝົນໄດ້ຕົກຫຼາຍຊົ່ວໂມງໃນເວລາກາງຄືນ ເຮັດໃຫ້ມີນໍ້າຍຶ່ງຂຶ້ນຢູ່ຕາມຫ້ວຍ, ແມ່ນໍ້າຕ່າງໆ ບວກກັບນໍ້າໄດ້ໄຫຼລົງມາຕາມຮ່ອມພູ ຈຶ່ງເຮັດໃຫ້ເກີດນໍ້າຖ້ວມກະທັນຫັນດັ່ງກ່າວ ໃນມື້ວານນີ້ ວັນທີ 12 ກໍລະກົດ ຢູ່ບ້ານນໍ້າແອ່ງ ເມືອງ ວຽງພູຄາ ແຂວງຫລວງນໍ້າທາ.

ເຫດນໍ້າຖ້ວມດັ່ງກ່າວໄດ້ເກີດຂຶ້ນໃນຕອນເຊົ້າ ແລະ ຜົນເສຍຫາຍເບື້ອງຕົ້ນແມ່ນມີເນື້ອທີ່ນາທີ່ຫາກໍ່ດໍາເເລ້ວ, ສວນພຶດຜັກຈຳນວນໜຶ່ງ ຖຶກນໍ້າຊຸ; ນອກນັ້ນຍັງມີສັດລ້ຽງຈໍານວນໜຶ່ງຖືກນໍ້າພັດໄປ, ເສັ້ນທາງມີການທັບຖົມຂອງຂີ້ຕົມ ແລະ ງ່າໄມ້, ຂອນໄມ້ທີ່ນໍ້າພັດໄປຂວາງທາງເປັນຈໍານວນຫຼາຍ, ນອກນັ້ນ ກໍຍັງມີເຮືອນ, ໂດຍສະເພາະເຮືອນຊັ້ນດຽວ, ເລົ້າເຂົ້າ ຖືກນໍ້າຊຸເສຍຫາຍຈໍານວນໜຶ່ງ ແຕ່ໂຊກດີບໍ່ມີຜູ້ເສຍຊີວິດ.

ໃນເບື້ອງຕົ້ນໄດ້ມີທີມງານອ້າຍນ້ອງທະຫານພາຍໃນເມືອງວຽງພູຄາ ໄດ້ໄປຊ່ວຍເກັບກູ້ສິ່ງກີດຂວາງຕ່າງໆ ແລະ ຊ່ວຍອະນາໄມເຮືອນຊານປະຊາຊົນ, ນອກນັ້ນຍັງມີບັນດາຫ້າງຮ້ານຕ່າງໆໄດ້ຊ່່ວຍນໍ້າກິນໃຫ້ຜູ້ປະສົບໄພ.

ຂ່າວ: ອານຸສອນ

Related Articles

Leave a Reply