ພະແນກປູກຝັງ ແຂວງສະຫວັນນະເຂດແຈ້ງໃຫ້ຮູ້ວ່າ: ປັດຈຸບັນນີ້, ສະພາບນໍ້າຖ້ວມຢູ່ 3 ເມືອງຄື: ເມືອງເຊໂປນ, ເມືອງວິລະບູລີ ແລະ ເມືອງນອງ, ລະດັບນໍ້າຕ່າງໆໄດ້ຫຼຸດລົງ ແລະ ເຂົ້າສູ່ສະພາບປົກກະຕິແລ້ວ ຫຼັງຈາກທີ່ນໍ້າໄດ້ເລີ່ມໄຫຼຖ້ວມນັບແຕ່ວັນທີ 7 ຕຸລາທີ່ຜ່ານມາ, ປະຊາຊົນເລີ່ມອະນາໄມເຮືອນຊານ ແລະ ສິ່ງຂອງຕ່າງໆ ພ້ອມທັງສືບຕໍ່ ເກັບກ່ຽວຜົນຜະລິດກະສິກໍາ.
ສະເພາະຢູ່ເມືອງເຊໂປນ ແມ່ນໄດ້ຮັບຜົນກະທົບໜັກກວ່າ ເມືອງວິລະບູລີ ແລະ ເມືອງນອງ, ຊຶ່ງນໍ້າໄດ້ໄຫຼເຂົ້າຖ້ວມເນື້ອທີ່ນາ ແລະ ບ້ານຂອງປະຊາຊົນ ຕາມແຄມ ນ້ຳເຊໂປນ ແລະ ນ້ຳເຊບັ້ງຫຽງ ຈໍານວນ 25 ບ້ານ ມີ 1.274 ຫຼັງຄາ ຊຶ່ງມີເຮືອນຫັກເປ່ເພ 32 ຫຼັງ, ຖ້ວມວັດ 4 ແຫ່ງ, ຖ້ວມເນື້ອທີ່ນາຂອງປະຊາຊົນ ກວມເອົາ 28 ບ້ານ ລວມເນື້ອທີ່ຫຼາຍກວ່າ 4.000 ເຮັກຕາ, ໃນນີ້ ເສຍຫາຍໜັກ 1.505 ເຮັກຕາ, ນອກນັ້ນກໍຍັງຖ້ວມສວນປູກໄມ້ອຸດສາຫະກຳ, ພືດ ຕ່າງໆ 10 ເຮັກຕາ, ໜອງປາ, ລະບົບຊົນລະປະທານ, ສວນກ້ວຍ, ສວນມັນຕົ້ນຂອງປະຊາຊົນ ແລະ ມີເສັ້ນທາງ 33 ຈຸດທີ່ໄດ້ຮັບຜົນກະທົບ.
ຂ່າວ-ພາບ: ໜສຂ

