ນໍ້າຖ້ວມອັ່ງຢູ່ຈຸດ 4 ແຍກທາດຫລວງຍັງເປັນບັນຫາຊໍ່າເຮື້ອ, ແຕ່ກໍາລັງຈະໄດ້ຮັບການແກ້ໄຂ

ນໍ້າຖ້ວມອັ່ງຢູ່ຈຸດ 4 ແຍກທາດຫລວງຍັງເປັນບັນຫາຊໍ່າເຮື້ອ, ແຕ່ກໍາລັງຈະໄດ້ຮັບການແກ້ໄຂ

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງ ແຈ້ງໃຫ້ຮູ້ວ່າ: ທາງພະແນກ ກຽມຈະປ່ຽນທໍ່ລະບາຍນໍ້າໃໝ່ໃຫ້ໃຫ່ຍກວ່າເກົ່າ ເພື່ອແກ້ໄຂບັນຫານໍ້າຖ້ວມອັ່ງໃນເວລາຝົນຕົກຢູ່ເຂດ 4 ແຍກໄຟແດງທາດຫລວງ ນະຄອນຫລວງວຽງຈັນ, ຊຶ່ງນໍ້າຖ້ວມອັ່ງຢູ່ເຂດດັ່ງກ່າວເປັນບັນຫາຊໍ່າເຮື້ອ ແລະ ຍັງແກ້ໄຂບໍ່ຕົກເປັນເວລາຫຼາຍປີມາແລ້ວ ຍ້ອນທໍ່ລະບາຍນໍ້າທີ່ນ້ອຍຈຶ່ງເຮັດໃຫ້ນໍ້າໄຫຼອອກບໍ່ ທັນເລີຍເກີດ ສະພາບດັ່ງກ່າວອັນໄດ້ເຮັດໃຫ້ຫຍຸ້ງ ຍາກໃນການສັນຈອນ.

ພະແນກໂຍທາທິການ ແລະ ຂົນສົ່ງແຈ້ງອີກວ່າ: ອີງຕາມການສໍາຫລວດທໍ່ນໍ້າຢູ່ເຂດດັ່ງກ່າວມີຂະໜາດພຽງແຕ່ P100, P80 ແລະ P60 ເທົ່ານັ້ນ ຈຶ່ງບໍ່ສາມາດຮັບກັບປະລິມານນໍ້າຝົນທີ່ໄຫຼອອກມາ ຈາກຕົວເມືອງໄດ້ໃນເວລາຝົນຕົກປານກາງ ຫາ ແຮງ ເຮັດໃຫ້ໄຫຼບໍ່ທັນ ຈຶ່ງເຮັດໃຫ້ເກີດນໍ້າຖ້ວມອັ່ງ ນອກນັ້ນຍັງເກີດຈາກການຂາດການບຳລຸງຮັກສາທີ່ ຖືກຕ້ອງ ແລະ ມີການອຸດຕັນຂອງຂີ້ເຫຍື້ອ.

ປັດຈຸບັນນີ້ໜ່ວຍງານທີ່ກ່ຽວຂ້ອງກໍາລັງເລັ່ງທໍາຄວາມສະອາດ ແລະ ກຽມຮື້ລະບົບທໍ່ລະບາຍນໍ້າເກົ່າ, ປ່ຽນທໍ່ໃໝ່ ທີ່ໃຫ່ຍກວ່າເກົ່າ ໃສ່ແທນ ເພື່ອເຮັດໃຫ້ ນໍ້າໄຫຼທັນ ຊຶ່ງມີຄວາມຍາວປະມານ 780 ແມັດ. ເຊື່ອວ່າຖ້າວາງທໍ່ໃໝ່ສໍາເລັດຈະສາມາດແກ້ໄຂບັນຫານໍ້າຖ້ວມອັ່ງຢູ່ຈຸດ 4 ແຍກທາດຫລວງໄດ້ແນ່ນອນ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply