ປະຈຸບັນ, ບັນດາກຸ່ມປະເທດອາຊຽນ ຍັງເຂັ້ມງວດເຝົ້າລະວັງ ຄົນເຂົ້າ-ອອກໃນປະເທດຕົນເອງ ເພື່ອປ້ອງກັນການແຜ່ລະບາດພະຍາດໂຄວິດ-19, ຊຶ່ງໃນກຸ່ມປະເທດດັ່ງກ່າວ ມາຮອດວັນທີ 25 ມິຖຸນານີ້, ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 136,615 ຄົນ, ເສຍຊີວິດ 3,991 ຄົນ. ສະເພາະຢູ່ ສປປ ລາວ, ບໍ່ມີຄົນເຈັບຕິດເຊື້ອພະຍາດ COVID-19, ຜູ້ຕິດເຊື້ອສະສົມ 19 ຄົນ ແມ່ນປິ່ນປົວຫາຍດີ ແລະ ອອກໂຮງໝໍໝົດທຸກຄົນແລ້ວ.
ທ່ານ ລັດສະໝີ ວົງຄໍາຊາວ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງໃຫ້ຊາບມື້ນີ້ວ່າ, ຜູ້ເດີນທາງເຂົ້າມາ ສປປ ລາວ ໃນວັນທີ 24 ມີຖຸນາ 2020 ມີທັງໝົດ 2,093 ຄົນ, ໃນນັ້ນຈຸດຜ່ານດ່ານລາວ-ໄທ 1,552 ຄົນ (ແຮງງານລາວກັບມາແຕ່ໄທ 226 ຄົນ); ຈຸດຜ່ານດ່ານລາວ-ຈີນ 16 ຄົນ (ທັງໝົດ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ); ຈຸດຜ່ານດ່ານລາວ-ຫວຽດນາມ 524 ຄົນ, (ແຮງງານຫວຽດນາມ 24 ຄົນ ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ); ຈຸດຜ່ານດ່ານ ລາວ-ກຳປູເຈຍ 01 ຄົນ ແລະ ເດີນທາງຜ່ານສະໜາມບິນສາກົນວັດໄຕ 00 ຄົນ.
ຜູ້ທີ່ເດີນທາງເຂົ້າມາທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.
ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 24 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 13,883 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (74 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່). ປະຈຸບັນ, ບໍ່ມີຄົນເຈັບຕິດເຊື້ອພະຍາດ COVID-19 ປີ່ນປົວຢູ່ໂຮງໝໍ (ຄົນເຈັບ 19 ຄົນ ແມ່ນໄດ້ປິ່ນປົວຫາຍດີ ແລະ ອອກໂຮງໝໍໝົດທຸກຄົນແລ້ວ).
ສໍາລັບການລະບາດພະຍາດໄຂ້ຍຸງລາຍ ຢູ່ ສປປ ລາວ, ໃນວັນທີ່ 24 ມີຖຸນາ 2020 ແມ່ນມີຜູ້ຕິດເຊື້ອທັງໝົດ 54 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ, ຊຶ່ງນັບແຕ່ວັນທີ່ 1/1/2020-24/6/2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 2,127 ຄົນ, ຈຳນວນຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍມີ ທັງໝົດ 05 ຄົນ (ນະຄອນຫຼວງ 02 ຄົນ, ບໍລິຄຳໄຊ 01 ຄົນ, ຄຳມ່ວນ 01 ຄົນ ແລະ ໄຊຍະບູລີ 01 ຄົນ).
ຂ່າວ: ວຽງຈັນທາຍ

