ບັນດາ​ຜູ້ນຳ​ອາ​ຊຽນ ຮັບຮອງ ແລະ ສືບຕໍ່ຮວມມືກັນຫຼາຍດ້ານ

ບັນດາ​ຜູ້ນຳ​ອາ​ຊຽນ ຮັບຮອງ ແລະ ສືບຕໍ່ຮວມມືກັນຫຼາຍດ້ານ

ບັນດາ​ຜູ້ນຳ​ອາ​ຊຽນໄດ້​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ​ໃນ​ພິທີ​ປະກາດ​ເປັນ​ທາງ​ການ ການ​ທົບ​ທວນ​ກາງ​ສະໄໝ​ແຜນ​ແມ່​ບົດ​ວິໄສ​ທັດ​ປະຊາ​ຄົມ​ອາ​ຊຽນ 2025, ພິທີ​ປະກາດ​ເປັນ​ທາງ​ການແຜນ​ຟື້ນ​ຟູ​ຮອບດ້ານ​ອາຊຽນ ແລະ ແຜນ​ຈັດ​ຕັ້ງ​ປະຕິບັດ ແລະ ພິທີ​ປະກາດ​ສ້າງຕັ້ງຄັງ​ແຮ​ຢາ​ປົວ​ພະຍາດ ແລະ ອຸປະກອນ​ການ​ແພດ ສໍາ​ລັບ​ພາວະ​ສຸກ​ເສີນ​ດ້ານ​ສາທາລະນະ​ສຸກ​ພາກ​ພື້ນ​ອາ​ຊຽນ ທີ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແບບ​ທາງໄກ ທີ່ໄດ້ຈັດຂຶ້ນເມື່ອວັນທີ 12 ພະຈິກ 2020 ທີ່ຜ່ານມາ ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ນະຄອນຫຼວງ​ວຽງ​ຈັນ, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້​ນຳພາ​ຄະນະ​ຜູ້​ແທນ​ລາວ ເຂົ້າ​ຮ່ວມ​ກອງ​ປະຊຸມດັ່ງກ່າວ​ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ຫ​ງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ໃນ​ຖານະເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວ.

ນອກນັ້ນ, ບັນດາ​ຜູ້ນຳ​ອາ​ຊຽນ ໄດ້​ຮັບຮອງ​ເອົາ 6 ເອກະສານ​ສຳຄັນປະກອບມີຖະແຫຼງການ​ຮ່າ​ໂນ້ຍ ວ່າ​ດ້ວຍ​ປະຊາ​ຄົມ​ອາ​ຊຽນ ຫຼັງ​ປີ 2025, ຖະແຫຼງການ ຮ່າ​ໂນ້ຍ ວ່າ​ດ້ວຍ​ການ​ຮັບຮອງ​ເອົາ​ຂໍ້​ລິ​ເລີ່ມ​ເພື່ອ​ການ​ເຊື່ອມ​ໂຍງ​ອາ​ຊຽນ ສະບັບ​ທີ 4 (2021-2025), ຖະແຫຼງການ​ອາ​ຊຽນ ວ່າ​ດ້ວຍ ການ​ສ້າງ​ແລວ​ການ​ເດີນທາງ​ພິເສດ​ພາຍ​ໃນ​ອາ​ຊຽນ, ຖະແຫຼງການ​ອາ​ຊຽນ ວ່າ​ດ້ວຍ ການທ່ອງທ່ຽວ​ໃນ​ຮູບ​ແບບ​ດີ​ຈີ​ຕອນ, ການ​ຍົກ​ສູງ​ເອກະລັກ​ອາ​ຊຽນ ແລະ  ຖະແຫຼງການ​ຮ່າ​ໂນ້ຍ ວ່າ​ດ້ວຍ​ການ​ສ້າງ​ຄວາມ​ເຂັ້ມແຂງ​ວຽກ​ງານ​ສັງຄົມ​ສົງເຄາະ ເພື່ອ​ກ້າວ​ໄປ​ສູ່​ປະຊາ​ຄົມ​ອາ​ຊຽນ​ທີ່​ເຂັ້ມແຂງ ແລະ ຕອບ​ສະໜອງ​ຕໍ່​ສະພາບ​ການ.

ຂໍ້ມູນ: ກະຊວງການຕ່າງປະເທດ

Related Articles

Leave a Reply