ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ແຈ້ງໃຫ້ຊາບຫວ່າງບໍ່ດົນມານີ້ວ່າ: ສະຫະພັນບານເຕະອາຊີ AFC ໄດ້ປະກາດລາຍຊື່ 34 ທີມເຂົ້າຮ່ວມ ການແຂ່ງຂັນບານເຕະຍິງ ຊີງແຊັມອາຊີ 2022 ຮອບຄັດເລືອກ AFC Women’s Asian Cup 2022, ໂດຍສະເພາະນັກກິລາບານເຕະຍິງທິມຊາດລາວ ຊຸດໃຫ່ຍ ຕິດ 1 ໃນ 34 ທີມເຂົ້າຮ່ວມການແຂ່ງຂັນດັ່ງກ່າວ.
ສໍາລັບ 34 ທີມ ປະກອບມີ: ອັຟການິສຖານ, ອົສຕຣາລີ, ບາເຣນ, ບັງກະລາເທດ, ສປ ຈີນ,ໄຕ້ຫວັນ, ສປປ ເກົາຫຼີ, ກວມ, ຮົງກົງ, ອິນເດຍ, ອິນໂດເນເຊຍ, ອີຣັກ, ອີຣານ, ຍີ່ປຸ່ນ, ຈໍແດນ, ສ. ເກົາຫຼີ, ສປປ ລາວ, ເລບານອນ, ມາເກົາ, ມາເລເຊຍ, ມາລດິບ, ມົງໂກລີ, ມຽນມາ, ເນປານ, ປາກິສຖານ, ປາແລສຕິນ, ຟີລິບປິນ, ສິງກະໂປ, ທາຈີກິສຖານ, ໄທ, ເຕິກເມນິສຖານ, ສະຫະອາຣັບເອມີເຣດ, ອຸເບກິສຖານ ແລະ ຫວຽດນາມ.
ສຳລັບ ລາຍການດັ່ງກ່າວຈະເປັນການຄັດເລືອກ 11 ທີມ ເຂົ້າໄປຫຼິ້ນໃນຮອບສຸດທ້າຍ ທີ່ປະເທດອິນເດຍ ທີ່ໄດ້ຮັບກຽດເປັນເຈົ້າພາບ, ຊຶ່ງໃນນີ້ ມີ 5 ທີມທີ່ຜ່ານເຂົ້າຮອບຈະໄດ້ສິດພິເສດເຂົ້າຮ່ວມ ການແຂ່ງຂັນບານເຕະຍິງຊີງແຊ້ມໂລກ 2023 ຮອບສຸດທ້າຍ ທີ່ປະເທດ ອົສຕຣາລີ ແລະ ປະເທດ ນິວຊີແລນ ໄດ້ຮັບກຽດເປັນເຈົ້າພາບ, ຂະນະທີ່ອີກ 2 ທີມ ແມ່ນຈະໄດ້ສິດຕັດເຊຶອກ ກັບ 8 ທີມຈາກທະວີບອື່ນ ເພື່ອຫາອີກ 3 ທີມ ເຂົ້າຮ່ວມ ການແຂ່ງຂັນບານເຕະຍິງຊີງແຊັມໂລກ 2023.
ສໍາລັບກຳນົດເວລາການແຂ່ງຂັນ ທາງສະຫະພັນບານເຕະອາຊີ ຈະແຈ້ງໃຫ້ຊາບຕາມພາຍຫຼັງ.
ຂໍ້ມູນ-ພາບ: ສຕລ

