ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຈະຈັດການແຂ່ງຂັນບານເຕະລາຍການ Mazda Challenge Cup ຄັ້ງທີ 1 ປະຈຳປີ 2020 ຂຶ້ນໃນວັນທີ 26 ແລະ 27 ທັນວາ 2020 ນີ້ ທີ່ ສູນຝຶກກິລາບານເຕະແຫ່ງຊາດ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ສຳລັບລາຍການແຂ່ງຂັນດັ່ງກ່າວມີ: ຮຸ່ນອາຍຸ 7 ປີ ມີທີມເຂົ້າຮ່ວມທັງຫມົດ 8 ທີມ, ຮຸ່ນອາຍຸ 9 ປີ ມີທີມເຂົ້າຮ່ວມທັງຫມົດ 16 ທີມ ແລະ ຮຸ່ນອາຍຸ 11 ປີ ມີທີມເຂົ້າຮ່ວມທັງຫມົດ 16 ທີມ ຊຶ່ງມາຈາກສະໂມສອນຕ່າງໆ ອ້ອມຂ້າງນະຄອນຫຼວງວຽງຈັນ, ແຂວງ ບໍລິຄຳໄຊ ແລະ ແຂວງ ຄໍາມ່ວນ.
ປະຈຸບັນ, ສະຫະພັນບານເຕະແຫ່ງຊາດລາວ ແມ່ນເປີດໂອກາດໃຫ້ບັນດາອະນຸຊົນ ແລະ ເຍົາວະຊົນ ໃນແຕ່ລະສະໂມສອນ ແລະ ພາກສ່ວນຕ່າງໆໃນທົ່ວປະເທດ ໄດ້ມີເວທີສະແດງຄວາມສາມາດ ແລະ ພອນສະຫວັນດ້ານກິລາ, ເນັ້ນໃສ່ພັດທະນາ ນັກກິລາຮຸ່ນໃໝ່ ເພື່ອກຽມເປັນນັກກິລາຮຸ່ນສືບທອດໃນອະນາຄົດ.
ຂ່າວ: ວຽງຈັນທາຍ
ຮູບ: ສຕລ

