ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ປະຈຳປິ 2020 ມີທັງຫມົດ 14 ທີມ ເຂົ້າຮ່ວມ, ໂດຍໄດ້ແບ່ງອອກເປັນ 2 ກຸ່ມ (ກຸ່ມລະ 7 ທີມ) ແລະ ຈະເປີດສະໜາມແຂ່ງຂັນ ໃນວັນທີ 25 ກໍລະກົດ 2020.
ໃນອາທິດຜ່ານມາ ທີ່ນະຄອນຫຼວງວຽງຈັນ, ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີພິທີຈັບສະຫຼາກ ການແຂ່ງຂັນບານເຕະ ລາວລີກ 2 ປະຈຳປິ 2020 ທີ່ແບ່ງອອກເປັນ 2 ກຸ່ມ ຊຶ່ງຜົນການຈັບສະຫຼາກມີດັ່ງນີ້: ກຸ່ມ ເອ ປະກອບມີ: ວຽງຈັນ ຢູໄນເຕັດ, ເຄພີເອັສ ເອັຟຊີ, ກອງທັບ ເອັຟຊີ, ກາຣູດາ 369 ເອັຟຊີ, ເຮັສບີທີ 941 ເອັຟຊີ, ແຄນລາວ ຢູໄນເຕັດ ແລະ ນະຄອນຫລວງ ເອັຟຊີ;
ສໍາລັບ ກຸ່ມ ບີ ປະກອບມີ : ເມືອງຫາດ ຢູໄນເຕັດ, ວິທະຍາໄລ ລາວ-ທ໋ອບ ເອັຟຊີ, ວິທະຍາໄລ ເຄວສ ຢູໄນເຕັດ, ບີແກນ ຢູໄນເຕັດ, ເອັສທີທີ ເອັຟຊີ, ທຣີນີຕີ ເອັຟຊີ ແລະ ເອັສຊີອີ ຢູໄນເຕັດ.
ການແຂ່ງຂັນໃນຮອບແບ່ງກຸ່ມແມ່ນແຂ່ງຂັນ ແບບພົບກັນຫມົດ, ທີມທີ່ໄດ້ອັນດັບ 1 ແລະ 2 ຂອງທັງ 2 ກຸ່ມ ແມ່ນຈະໄດ້ຜ່ານເຂົ້າສູ່ຮອບຮອງຊະນະເລີດ. ຮອບຮອງຊະນະເລີດ ແມ່ນແຂ່ງຂັນ 2 ນັດໄປ-ກັບ (Championship Format), ສ່ວນການແຂ່ງຂັນຊີງອັນດັບທີ 3 ແລະ ຊີງຊະນະເລີດແມ່ນແຂ່ງຂັນແບບນັດດຽວ.
ສໍາລັບ ທີມທີ່ໄດ້ຮັບລາງວັນຊະນະເລີດ ໃນການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ປະຈຳປີ 2020 ນີ້ ແມ່ນຈະໄດ້ສິດເລື່ອນຊັ້ນເຂົ້າຮ່ວມການແຂ່ງຂັນ ເປບຊີ ລາວລີກ 1 ປະຈຳປີ 2021.
ຂ່າວ: ວຽງຈັນທາຍ

