Visit BigblueAgency
ບຸນຊ້າງປະຈໍາປີ 2021 ຈະຈັດພຽງວັນດຽວ ຈະບໍ່ມີຕະຫຼາດນັດ ແລະ ບໍ່ມີການຄົບງັນໃດໆ

ບຸນຊ້າງປະຈໍາປີ 2021 ຈະຈັດພຽງວັນດຽວ ຈະບໍ່ມີຕະຫຼາດນັດ ແລະ ບໍ່ມີການຄົບງັນໃດໆ

ອໍານາດການປົກຄອງ ແຂວງໄຊຍະບູລີແຈ້ງໃຫ້ຮູ້ວ່າ: ການຈັດງານມະຫາກໍາບຸນຊ້າງໃນປີ 2021 ທີ່ແຂວງໄຊຍະບູລີ ຊຶ່ງເປັນຄັ້ງທີ 15, ຈະຈັດຂຶ້ນ ໃນວັນທີ 13 ກຸມພາ 2021 ພຽງວັນດຽວເພື່ອເປັນ ຮີດຄອງທີ່ເຄີຍປະຕິບັດມາເທົ່ານັ້ນ ໂດຍຈະຈໍາກັດ ຜູ້ເຂົ້າຮ່ວມພາຍໃນງານໃຫ້ມີພຽງແຕ່ 200-300 ຄົນເທົ່ານັ້ນ ແລະ ນອກນັ້ນ ກໍຈະບໍ່ມີ ງານຕະຫຼາດນັດ ແລະ ບໍ່ມີການຄົບງັນໃດໆ ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19.

ອໍານາດການປົກຄອງ ແຂວງໄຊຍະບູລີແຈ້ງໃຫ້ຮູ້ຕື່ມອີກວ່າ: ສະເພາະກິດຈະກໍາບຸນຊ້າງທີ່ຈະຈັດໃນວັນທີ 13 ກຸມພາ 2021, ຈະມີພິທີຕັກບາດເພື່ືອອຸທິດສ່ວນບຸນກຸສົນໃຫ້ຊ້າງ, ແຫ່ຂະບວນຊ້າງ, ບາສີສູ່ຂວັນຊ້າງ, ຈັດອາຫານບຸບເຟໃຫ້ຊ້າງກິນເພື່ອເປັນການສ້າງເງື່ອນໄຂໃຫ້ຊ້າງມີໂອກາດໄດ້ມາພົບປະກັນ, ສໍາລັບຊ້າງທີ່ຈະເຂົ້າຮ່ວມງານບຸນແມ່ນໄດ້ກໍານົດເອົາຊ້າງຈໍານວນ 16-18 ໂຕທີ່ລ້ຽງຢູ່ພາຍໃນເມືອງ ໄຊຍະບູລີ.

Related Articles

Leave a Reply