ບຸນນະມັດສະການພະທາດສີໂຄດຕະບອງປີນີ້ ຈະຈັດຂຶ້້ນລະຫວ່າງວັນທີ 26-28 ມັງກອນ 2021 ເຊິ່ງຈະມີຫຼາຍກິດຈະກຳທາງດ້ານວັດທະນະທຳ ແລະ ຮີດຄອງປະເພນີລາວ ທີ່ໜ້າສົນໃຈ.
ກອງປະຊຸມ ປຶກສາຫາລື ກ່ຽວກັບການກະກຽມງານບຸນນະມັດສະການພະທາດສີໂຄດຕະບອງ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ທີ່ສະໂມສອນເມືອງທ່າແຂກ ແຂວງ ຄໍາມ່ວນ ໂດຍການເປັນປະທານ ຂອງຮອງເຈົ້າແຂວງ ຄໍາມ່ວນ, ປະທານຈັດງານບຸນນະມັດສະການພະທາດສີໂຄດຕະບອງ ປະຈຳປີ 2021, ທ່ານ ແກ້ວອຸດອນ ບຸດສິງຂອນ.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນປຶກສາຫາລືການຈັດຕັ້ງ ປະຕິບັດງານບູນປີນີ້ ໃຫ້ມີລັກສະນະຖືກຕ້ອງ ຕາມຮີດ ຄອງປະເພນີ ອັນດີງາມຂອງລາວ ທີ່ມີເອກະລັກໂດດ ເດັ່ນ ພ້ອມທັງໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບ ປອດໄພ.
ສໍາລັບ ກິດຈະກຳງານບຸນປະເພນີນີ້ ເນັ້ນໃສ່ທາງດ້ານ ວັດທະນະທຳ ການຕັກບາດຖວາຍສັງຂະທານ ຢູ່ຫໍ ພະຍາສີໂຄດ, ແຫ່ຜາສາດເຜີ້ງ ແລະ ອື່ນໆ ຕາມຮີດຄອງ ປະເພນີລາວ ພ້ອມກັນນັ້ນ ຍັງມີການວາງສະແດງ ຂາຍສິນຄ້າ ແລະ ສະແດງ ສີລະປະ ອີກດ້ວຍ ເພື່ອສ້າງ ໃຫ້ມີບັນຍາກາດ ຄຶກຄື້ນ, ທັງເປັນການຊຸກຍູ້ສົ່ງເສີມ ຄວາມສາມາດ ແລະ ປົກປັກຮັກສາສີລະປະພື້ນເມືອງ ລາວໃຫ້ບັນດາທ່ານທີ່ມາທ່ຽວຊົມງານໄດ້ເຫັນເຖິງຄຸນຄ່າຂອງວັດທະນະທຳລາວ.
ຂໍ້ມູນ: ເພັດດາລາ ທ່າແຂກ
ຮູບເ ປະກອບ

