ບຸນນະມັດສະການເສົາຫຼັກເມືອງບັນດາເຜົ່າ ແລະ ອະນຸສາວະລີອົງແກ້ວ ຢູ່ເຊກອງ

ບຸນນະມັດສະການເສົາຫຼັກເມືອງບັນດາເຜົ່າ ແລະ ອະນຸສາວະລີອົງແກ້ວ ຢູ່ເຊກອງ

ພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງເຊກອງ ຮ່ວມກັບເມືອງລະມາມ ແລະ ບັນດາບ້ານເທສະບານ ໄດ້ຈັດງານບຸນນະມັດສະການເສົາຫຼັກເມືອງບັນດາເຜົ່າ ແລະ ອະນຸສາວະລີອົງແກ້ວ ແຂວງເຊກອງ ໃນລະຫວ່າງວັນທີ 1-3 ມັງກອນ 2026 ທີ່ຜ່ານມາ.

ການຈັດງານບຸນຄັ້ງນີ້, ກໍເພື່ອສັກກາລະບູຊາເສົາຫຼັກເມືອງ ທີ່ເປັນສູນລວມຈິດໃຈ ຂອງປະຊາຊົນບັນດາເຜົ່າຊາວແຂວງເຊກອງ ຊຶ່ງໄດ້ມີການຈັດຕັ້ງກອງບຸນຂຶ້ນ 23 ກອງ ເປັນການອຸທິດສ່ວນບຸນກຸສົນໃຫ້ ແກ່ອາດີດການນຳພັກ-ລັດແຂວງ ແລະ ວິລະບູລຸດ ຂອງຊາດ ກໍຄື ທ່ານ ອົງແກ້ວ ຜູ້ອົງອາດກ້າຫານ. ພາຍໃນງານ, ຍັງມີພິທີແຫ່ຜາສາດເຜິ້ງ, ແຫ່ຂັນໝາກເບັງໃຫຍ່ ໃນຕອນແລງວັນທີ 2 ມັງກອນ ໂດຍແມ່ນພະເຖລະ-ນຸເຖລະ ນໍາພາຂະບວນແຫ່, ຊຶ່ງມີທ່ານ ເຫຼັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ ເຂົ້າຮ່ວມ, ມີການນໍາ ແຂວງ, ເມືອງ ພ້ອມມວນຊົນຊາວພຸດ ເຂົ້າຮ່ວມ. ຈາກນັ້ນ, ກໍໄດ້ມີການໄຕ້ທູບ, ໄຕ້ທຽນ ຕໍ່ໜ້າພະຣັດຕະນະໄຕ ແລະ ບູຊາສິ່ງສັກສິດທັງຫຼາຍ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສີລິມຸງຄຸນໃນງານບຸນຄັ້ງນີ ແລະ ໃນຄໍ່າຄືນ ກໍໄດ້ມີການຄົບງັນຕາມຮີດຄອງປະເພນີ ໂດຍມີການສະແດງສິລະປະ-ວັນນະຄະດີ ທີ່ເປັນມູນເຊື້ອອັນດີງາມ ຂອງຄົນລາວ ແລະ ເປັນເອກະລັກ ຂອງບັນດາເຜົ່າຊາວແຂວງເຊກອງ ແລະ ໃນຕອນເຊົ້າວັນທີ 3 ມັງກອນ 2026 ກົງກັບມື້ຂຶ້ນ 15 ຄ່ຳ ເດືອນ 2 ລາວ, ພຸດທະສັກ ກະລາດ ( ພສ ) 2568 ຊາວພຸດທັງຫຼາຍຮ່ວມກັນຕັກບາດຖວາຍສັງຄະທານ, ກອງບຸນ ໃຫ້ແກ່ພະສົງ ຂອງວັດຕ່າງໆພາຍໃນແຂວງເຊກອງ.

ຂ່າວ: ອັດສະວິນ

Related Articles

Leave a Reply