ອໍານາດການປົກຄອງ ແຂວງບໍລິຄໍາໄຊ ແຈ້ງໃຫ້ຮູ້ວ່າ: ແຂວງບໍລິຄໍາໄຊ ເປັນແຂວງທໍາອິດຂອງປະເທດລາວທີ່ປະກາດເປັນແຂວງຢຸດຕິການຖ່າຍຊະຊາຍ. ຮອດປະຈຸບັນພາຍໃນແຂວງມີ 58.037 ຄອບຄົວ, ໃນນັ້ນ 57.499 ຄອບຄົວ ເທົ່າກັບ 99% ໄດ້ມີວິດຖ່າຍຖາວອນ ແລະ ຍັງມີພຽງ 583 ຄອບຄົວ ຫຼື ເທົ່າກັບ 1 % ຂອງຄອບຄົວທັງໝົດທີ່ຍັງບໍ່ທັນມີວິດຖ່າຍເປັນຂອງຕົນເອງ ຍ້ອນວ່າບາງເຮືອນອາໄສຢູ່ຮ່ວມກັນເປັນ 2-3 ຄອບຄົວກໍ່ມີ ແຕ່ພວກເຂົາໃຊ້ວິດຖ່າຍຮ່ວມກັນ.
ພິທີປະກາດແຂວງບໍລິຄຳໄຊ ເປັນແຂວງທີ່ຢຸດຕິການຖ່າຍຊະຊາຍ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ແຂວງບໍລິຄໍາໄຊ ຊຶ່ງທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດ ຖະມົນຕີກະຊວງສາທາລະນະສຸກໄດ້ມອບໃບຢັ້ງຢືນປະກາດແຂວງບໍລິຄໍາໄຊເປັນແຂວງຢຸດຕິການຖ່າຍຊະຊາຍໃຫ້ ທ່ານ ກອງແກ້ວ ໄຊສົງ ຄາມ ເຈົ້າແຂວງບໍລິຄຳໄຊ ໂດຍມີທ່ານ ນາງ ບີອາເຕ ດັສເທລ ຜູ້ຕາງໜ້າຈາກອົງການຢູນີເຊບ ປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຕອນທ້າຍຂອງພິທີ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ລັ່ນຄ້ອງ 9 ບາດເພື່ອປະກາດແຂວງບໍລິຄໍາໄຊເປັນແຂວງຢຸດຕິການຖ່າຍຊະຊາຍຢ່າງເປັນທາງການ.
ພາບ-ແຫຼ່ງຂ່າວ: ຫນັງສືພິມບໍລິຄໍາໄຊ

