ບໍລິສັດບົວລະພາ ກະສີກໍາ-ປ່າໄມ້ຈໍາກັດ ກຽມຕັດໄມ້ວິກ ແລະ ໄມ້ກະຖິນນະລົງ ເພື່ອປ້ອນໂຮງງານໄມ້ອັດ ຂອງບໍລິສັດ ຢູ່ ເມືອງຫີນເຫີບ ແຂວງວຽງຈັນ ແລະ ຮັບສະໝັກພະນັກງານຈໍານວນຫຼາຍເພື່ອເຮັດວຽກ ໃນໂຮງງານ ທີ່ຈະເປີດຢ່າງເປັນທາງການໃນເດືອນເມສາ 2021 ທີ່ຈະມາເຖິງນີ້.
ຮອງອຳນວຍການບໍລິສັດບົວລະພາກະສິກຳ - ປ່າ ໄມ້ຈຳກັດ ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ໄດ້ກ່າວຕໍ່ທີມງານຂ່າວວຽງຈັນທາຍ ເມື່ອບໍ່ດົນມານີ້ກ່ຽວກັບຄວາມຄືບໜ້າຂອງໂຮງງານດັ່ງກ່າວວ່າ: ຕາມແຜນ ໂຮງງານດັ່ງກ່າວນີ້ແມ່ນຈະເລີ່ມເປີດທົດລອງຜະລິດໄມ້ອັດໃນເດືອນມັງກອນ 2021 ນີ້ ແລະ ຈະເປີດຜະລິດຢ່າງເປັນທາງການໃນເດືອນເມສາ 2021. ປັດຈຸບັນນີ້ບໍລິສັດໄດ້ກຽມລົດຕັດໄມ້ຂອງບໍລິສັດ ໃນເນື້ອທີ່ 5.000 ເຮັກຕາ ເພື່ອປ້ອນໂຮງງານ ແລະ ເປີດສະໝັກຮັບພະນັກງານ 350 ຄົນເພື່ອບັນຈຸເຂົ້າເຮັດວຽກໃນແຕ່ລະຂະແໜງ ໂດຍເນັ້ນເອົາພະນັກງານທ້ອງຖິ່ນເປັນຫຼັກ.
ທ່ານນາງ ສຸໄພວັນໄດ້ກ່າວຕື່ມວ່າ: ໂຮງງານໄມ້ອັດດັ່ງກ່າວເປັນໂຮງງານຫຼັງທີ 2 ຂອງບໍລິສັດ ຊຶ່ງມີມູນຄ່າການກໍ່ສ້າງ 15 ລ້ານໂດລາ, ຮອດປັດຈຸບັນການກໍ່ສ້າງສໍາເລັດແລ້ວ 80 % ໂດຍກໍາລັງຕິດຕັ້ງເຄື່ອງຈັກ, ການກໍ່ສ້າງມີຄວາມຊັກຊ້າກວ່າແຜນຍ້ອນວ່າໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19, ມີຄວາມຫຍຸ້ງຍາກໃນການນຳເອົາພະນັກງານ ແລະ ຊ່ຽວຊານຈາກຕ່າງປະເທດເຂົ້າມາ. ຄວາມຕ້ອງການໄມ້ເພື່ອປ້ອນໂຮງງານແມ່ນປະມານ 130.000 ແມັດກ້ອນ/ປີ ຊຶ່ງສາມາດຜະລິດໄມ້ອັດໄດ້ 50.000 ແມັດກ້ອນ/ປີ, ໄມ້ອັດທີ່ຜະລິດຈາກໂຮງງານ 70% ແມ່ນຈະສົ່ງອອກຕ່າງປະເທດເຊັ່ນ : ຈີນ, ເອີຣົບ ແລະ ບັນດາປະເທດໃນອາຊຽນ.
ຂ່າວ: ວຽງຈັນທາຍ

