ຜູ້ຈັດການ ທົ່ວໄປ ຫ້ອງການຜູ້ຕາງໜ້າ ບໍລິສັດມາຣຸເບນີ ຄໍໂປເຣຊັນ ປະເທດຍີ່ປຸ່ນ ທ່ານ ຄາຊຸມິເນາະຄິຄຸຕະ ພ້ອມຄະນະໄດ້ເຂົ້າພົບປະ ກັບເຈົ້າແຂວງສະຫວັນນະເຂດ ທ່ານ ສັນຕິພາບ ພົມວິຫານ ທີ່ຫ້ອງວ່າການແຂວງ ເມື່ອບໍ່ດົນມານີ້, ເພື່ອສະເໜີຕໍ່ກັບອໍານາດການປົກຄອງແຂວງ ກ່ຽວກັບຄວາມສົນໃຈລົງທຶນດ້ານການຜະລິດພະລັງງານແສງອາທິດທີ່ໃຫ່ຍທີ່ສຸດໃນອາຊຽນຢູ່ແຂວງສະຫວັນນະເຂດໂດຍຈະຮ່ວມ ມືກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.
ຫຼັງຈາກພົບປະ ຜູ້ຈັດການ ທົ່ວໄປ ຫ້ອງການຜູ້ຕາງໜ້າ ບໍລິສັດມາຣຸເບນີ ຄໍໂປເຣຊັນ ທ່ານ ຄາຊຸມິເນາະຄິຄຸຕະ ພ້ອມຄະນະ ໄດ້ລົງສໍາຫຼວດພື້ນທີ່ຕ່າງໆພາຍໃນແຂວງສະຫວັນນະເຂດ ທີ່ອາດຈະເປັນຈຸດລົງທຶນສ້າງພະລັງ ງານແສງອາທິດ.
ບໍລິສັດມາຣຸເບນີ ຄໍໂປເຣຊັນ ເປັນບໍລິສັດ ທີ່ຮ່ວມລົງທຶນກັບບັນດາປະເທດທົ່ວໂລກ ໂດຍເນັ້ນໃສ່ ການ ຜະລິດພະລັງງານຈາກທໍາ ມະຊາດເປັນຕົ້ນແມ່ນພະລັງ ງານແສງອາທິດ, ດ້ານໄອທີ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ.
ຂ່າວ: ໜສຂ
ພາບປະກອບ

