ບໍລິສັດຮ່ວມພັດທະນາສີທັນດອນ ຊ່ວຍພັດທະນາພື້ນຖານໂຄງລ່າງດ້ານການສຶກສາ ຢູ່ ເມືອງໂຂງ

ບໍລິສັດຮ່ວມພັດທະນາສີທັນດອນ ຊ່ວຍພັດທະນາພື້ນຖານໂຄງລ່າງດ້ານການສຶກສາ ຢູ່ ເມືອງໂຂງ

ບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ໃຫ້ທຶນ 100.000 ໂດລາສະຫະລັດ ເພື່ອສ້າງໂຮງຮຽນປະຖົມສົມບູນ 1 ຫຼັງ ມີຄວາມຍາວ 56 ແມັດ ແລະ ກວ້າງ 9 ແມັດ (ມີ 7 ຫ້ອງຮຽນ), ສະໂມສອນ 1 ຫຼັງ ກວ້າງ 15 ເເມັດ ແລະ ຍາວ 30 ແມັດ ແລະ ຫ້ອງນໍ້າ ທີ່ບ້ານ ຂີ້ນາກ ເມືອງໂຂງ ແຂວງຈໍາປາສັກ.

ພິທີວາງສີລາລຶກການກໍ່ສ້າງໂຮງຮຽນປະຖົມດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ບ້ານຂີ້ນາກ ເມືອງໂຂງ ແຂວງຈໍາປາສັກ ໂດຍການເຂົ້າຮ່ວມຂອງທ່ານ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ປອ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ເນື່ອງໃນໂອກາດດັ່ງກ່າວ, ທ່ານ ພົທ ວິໄລ ຫຼ້າຄຳຟອງ ໄດ້ມອບຄອມພິວເຕີຕັ້ງໂຕະຈຳນວນ 8 ຊຸດ, ໃຫ້ໂຮງຮຽນປະຖົມສົມບູນຂີ້ນາກ 3 ໜ່ວຍ ພ້ອມປຣິນເຕີ 1 ເຄື່ອງ, ຫ້ອງວ່າການເມືອງ 5 ໜ່ວຍ ພ້ອມປຣິນເຕີຈຳນວນ 2 ເຄື່ອງ, ລວມມູນຄ່າ 50 ລ້ານກີບ ຊຶ່ງຮັບໂດຍ ທ່ານ ນາງ ຄຳພູ ລິດທິສັກເຈົ້າເມືອງໆໂຂງ.

ຂ່າວ-ພາບ: ພຸດທະສິນ

Related Articles

Leave a Reply