ບໍລິສັດເຊິນຈືເຕີພັດທະນາ ແລະ ບໍລິການຈຳກັດຢູ່ແຂວງຫຼວງນໍ້າທາໄດ້ໃຫ້ເງິນເດືອນພະນັກງານ 50% ເຖີງແມ່ນວ່າຈະມີການ ຢຸດເຮັດວຽກໃນໄລຍະທີ່ທາງ ລັດຖະບານລາວໄດ້ມີມາດຕະ ການປ້ອງກັນການລະບາດຂອງ ໂຄວິດ-19, ນອກນັ້ນຍັງຫຼຸດຄ່າຫ້ອງເຊົ່າຂາຍເຄື່ອງໃນ ຕະຫຼາດຂອງຕົນໃຫ້ແມ່ຄ້າພໍ່ຄ້າອີກ 50%.
ທ່ານ ຄໍາເຫລັກ ເຊິນຈືເຕີ ປະທານບໍລິສັດເຊິນຈືເຕີພັດທະນາ ແລະ ບໍລິການຈຳກັດ ແຂວງຫຼວງນໍ້າທາໃຫ້ສຳພາດຕໍ່ສື່ມວນຊົນເມຶ່ອບໍ່ດົນມານີ້ວ່າ: ນັບແຕ່ເກີດການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາໄດ້ເຮັດໃຫ້ບໍລິສັດຂາດລາຍໄດ້ເປັນຈຳນວນຫລວງຫຼາຍ ເພາະໄດ້ຢຸດການບໍລິການຂົນສົ່ງໂດຍສານ ລະຫວ່າງແຂວງຫຼວງນໍ້າທາ ຫາ ເມືອງຫຼ້າ ປະເທດຈີນ ເພື່ອປະຕິບັດມາດຕະການໃນການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ແຕ່ບໍລິສັດຍັງມີນະໂຍບາຍຈ່າຍເງິນເດືອນໃຫ້ພະນັກງານ 50% ນອກນີ້ຍັງຊ່ວຍຫຼຸດຈ່າຍຄ່າເຊົ່າຫ້ອງຂາຍເຄື່ອງໃຫ້ຊາວຄ້າຂາຍທີ່ຂາຍເຄື່ອງຢູ່ຕະຫຼາດເມືອງສິງ ຊຶ່ງເປັນຕະຫຼາດບໍລິສັດ ອີກ 50%.
ພາບ-ຂ່າວ: ເພັດໂພໄຊ

