ບໍລິສັດ ທະວີຊັບຄົບວົງຈອນ ລົງທຶນໃນການຂຸດຄົ້ນຫິນແຮ່,ຊາຍ ແລະ ແຮ່ຕິດພັນ ຢູ່ແຂວງໄຊສົມບູນ

ບໍລິສັດ ທະວີຊັບຄົບວົງຈອນ ລົງທຶນໃນການຂຸດຄົ້ນຫິນແຮ່,ຊາຍ ແລະ ແຮ່ຕິດພັນ ຢູ່ແຂວງໄຊສົມບູນ

ບໍລິສັດ ທະວີຊັບຄົບວົງຈອນ ຈໍາກັດ ຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ການສຶກສາ, ສໍາຫຼວດ ແລະ ສ້າງບົດວິພາກເສດຖະກິດ-ເຕັກນິກ ໃນການຂຸດຄົ້ນຫນແຮ່, ຊາຍ ແລະ ແຮ່ຕິດພັນ ຢູ່ເຂດນໍ້າຊານ ບ້ານທິດນູນ ຫາ ບ້ານຍາມຈະເລີນໄຊ, ເມືອງທ່າໂທມ, ແຂວງໄຊສົມບູນ, ໃນເນື້ອທີ່ 5,56 ກີໂລຕາແມັດ.

ໄລຍະເວລາຂອງບົດບັນທຶກດັ່ງກ່າວ ແມ່ນ 6 ເດືອນ ທີ່ບໍລິສັດຈະຕ້ອງໄດ້ສຶກສາ, ສໍາຫຼວດຂໍ້ມູນ ແລະ ລາຍລະອຽດພື້ນທີ່ຂອງໂຄງການ, ໂດຍສະເພາະແມ່ນສ້າງບົດວິພາກເສດຖະກິດ-ເຕັກນິກ ແລະ ບົດສຶກສາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ທໍາມະຊາດເບື້ອງຕົ້ນ.

ພ້ອມນັ້ນ, ບໍລິສັດຈະຕ້ອງໄດ້ວາງເງິນຄໍ້າປະກັນໂຄງການ 100 ລ້ານກີບ ລວມທັງປະກອບສ່ວນເງິນຕິດຕາມ ແລະ ຄຸ້ມຄອງໂຄງການໃນໄລຍະທີ່ສໍາຫຼວດຄວາມເປັນໄປໄດ້ ຈໍານວນ 2.000 ໂດລາສະຫະລັດ, ປະກອບສ່ວນເງິນຕິດຕາມທາງດ້ານວິຊາການ ໃຫ້ພະແນກພະລັງານ ແລະ ບໍ່ແຮ່ ແຂວງ ຈໍານວນ 2.000 ໂດລາສະຫະລັດ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 8 ຕຸລາ 2020 ນີ້ ທີ່ສະໂມສອນກອງບັນຊາການທະຫານ ແຂວງ ລະຫວ່າງ ຕາງໜ້າໃຫ້ອົງການປົກຄອງແຂວງ ໂດຍ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ, ທ່ານ ຈັນທະໜອມ ວົງສົມຈິດ ແລະ ຕາງໜ້າຝ່າຍບໍລິສັດ ໂດຍຜູ້ອໍານວຍການບໍລິສັດ ທະວີຊັບຄົບວົງຈອນ ຈໍາກັດ ຜູ້ດຽວ, ທ່ານ ກິ ພົມມະນີ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພຍານ.

ຂ່າວ: ຈໍນີທໍ່

Related Articles

Leave a Reply