Visit BigblueAgency
ບໍລິສັດ ທາງລົດໄຟລາວ-ຈີນ  ມີຕໍາແໜ່ງງານໃຫ້ ບຸກຄະລາກອນລາວ 550 ຄົນ

ບໍລິສັດ ທາງລົດໄຟລາວ-ຈີນ ມີຕໍາແໜ່ງງານໃຫ້ ບຸກຄະລາກອນລາວ 550 ຄົນ

ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ກໍາລັງຊອກຫາບຸກຄະລາກອນລາວ 550 ຕໍາແໜ່ງງານເພື່ອຈະກຽມເຂົ້າບັນຈຸເຮັດວຽກນໍາບໍລິສັດທາງລົດໄຟລາວ-ຈີນທີ່ການກໍ່ສ້າງຈະສໍາເລັດໃນປີ 2021 ນີ້.

ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ສອບຄັດເລືອກເອົາບຸກຄະລາກອນ ຊຸດທີ 2 ແລະ ຊຸດທີ 3 ຢູ່ ນະຄອນຫລວງວຽງຈັນ ໃນວັນທີ 10 ຫາ 12 ສິງຫາ ເພື່ອເຂົ້າຮ່ວມຝຶກອົບຮົມວິຊາສະເພາະ ໃນໄລຍະດໍາເນີນການຂອງໂຄງການລົດໄຟລາວ-ຈີນ, ເຊິ່ງມີຜູ້ເຂົ້າສະໝັກ 1.000 ກວ່າຄົນ.

ສະເພາະການຄັດເລືອກຢູ່ແຂວງຫລວງພະບາງຈະໄດ້ຈັດຂຶ້ນໃນວັນທີ 15 ຫາ 16 ສິງຫາທີ່ຈະມາເຖີງນີ້.

ຜູ້ທີ່ຖືກຄັດເລືອກ ຈະໄດ້ເຂົ້າຮ່ວມການຝຶກອົບຮົມ ກ່ຽວກັບທາງລົດໄຟ ຈາກວິທະຍາກອນ ທີ່ມີປະສົບການຈາກ ສປ ຈີນ ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດ ຂອງບຸກຄະລາກອນລາວ ໃຫ້ມີຄວາມຊໍານິຊໍານານໃນການປະກອບສ່ວນ ເຂົ້າໃນໜ້າວຽກທາງລົດໄຟ ລາວ-ຈີນ. ຫລັງຈາກສຳເລັດການຝຶກອົບຮົມ ແລ້ວ ກໍຈະໄດ້ຖືກບັນຈຸເຂົ້າຮ່ວມເຮັດວຽກໃນຫລາຍຕຳແໜ່ງ ເຊັ່ນ: ຂົນສົ່ງໂດຍສານ, ຂົນສົ່ງສິນຄ້າ, ຜູ້ປະຈຳສະຖານີ, ສ້ອມແປງ, ກູ້ໄພ ແລະ ຕຳແໜ່ງກ່ຽວຂ້ອງອື່ນໆ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply