ບໍລິສັດ ລາວຮາຍຊຽງ ຊັບພະຍາກອນທໍາມະຊາດ ຈຳກັດຜູ້ດຽວ ສົນໃຈໂຄງການອະນຸລັກ, ຟື້ນຟູ, ປູກ ແລະ ນໍາໃຊ້ໝາກຈອງຕິດພັນກັບອຸດສາຫະກໍາປຸງແຕ່ງ ໃນເນື້ອທີ່ 150 ເຮັກຕາ ຢູ່ໃນເຂດອຸທິຍານແຫ່ງຊາດດົງຫົວສາວ ບ້ານນໍ້າພາກ ເມືອງປະທຸມພອນ ແຂວງຈໍາປາສັກ ແຕ່ໂຄງການດັ່ງກ່າວຍັງຢູ່ໃນຂັ້ນຕອນການສຶກສາຄວາມເປັນໄປໄດ້ໂດຍທີ່ອົງການປົກຄອງແຂວງຈໍາປາສັກໄດ້ມີການອະນະຍາດໃຫ້ບໍລິສັດດັ່ງກ່າວສຶກສາຄວາມເປັນໄປໄດ້ແລ້ວ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສຶກສາສໍາຫຼວດຄວາມເປັນໄປໄດ້ ໂຄງການນີ້ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ ໂດຍມີ ປອ ກໍລະກັນ ຄໍາມະວົງ ຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງຈໍາປາສັກ, ທ່ານ ຄໍາ ນີລະວົງ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຈໍາປາສັກ, ທ່ານ ເດດນະຄອນ ຄອນສະຫວັນ ຮອງປະທານຄະນະກໍາມະການປົກຄອງເມືອງປະທຸມພອນ ແລະ ຝ່າຍບໍລິສັດ ລົງນາມເປັນພະຍານມີທ່ານ MA DONGJUN ອໍານວຍການບໍລິສັດ ລາວຮາຍຊຽງ ຊັບພະຍາກອນທໍາມະຊາດ ຈໍາກັດຜູ້ດຽວ, ທ່ານ GU JUN ຮອງອໍານວຍການບໍລິສັດ.
ທີ່ມາຂ່າວ-ພາບ: ຈັນທະວີສັກ

