ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມີເຕັດ ໄດ້ຈັດພິທີເປີດໂຮງງານຫຼອມຄຳຄືນໃໝ່ ຂອງໂຄງການຂຸດຄົ້ນ, ປຸງແຕ່ງຄຳ-ທອງ ເຊໂປນ ເມື່ອບໍ່ດົນມານີ້ ຢູ່ໂຄງການຂຸດຄົ້ນ, ປຸງແຕງ ຄຳ-ທອງ ເຊໂປນ ເມືອງເຊໂປນ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ທ່ານ ປອ ຄຳມະນີ ອິນທິລາດ, ລັດຖະມົນຕີປະຈຳສຳນັກງານຍົກ ທັງເປັນ ໂຄສົກລັດຖະບານທ່ານ ປອ. ຈະເລີນ ເຢຍປາວເຮີ, ຮອງເຈົ້າແຂວງໆ ສະຫວັນນະເຂດ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຜູ້ຈັດການໃຫຍ່ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມີເຕັດ ທ່ານ ພໍ ແຮຣິສ ກ່າວໃນພິທີວ່າ: ພວກເຮົາສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ ລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນໂຄງການຄຳ-ທອງເຊໂປນ ສະເໝີມາ ເຊິ່ງໄດ້ຊ່ວຍໃຫ້ ບໍລິສັດ ບັນລຸຂີດໝາຍສຳຄັນຫຼາຍປະການ ໃນການກັບຄືນມາຜະລິດຄຳ ໄວກວ່າແຜນການທີ່ວາງໄວ້. ນັບຕັ້ງແຕ່ເລີ່ມດຳເນີນການຂຸດຄົ້ນ-ຜະລິດຄຳ-ທອງ ໃນປີ 2002 ເປັນຕົ້ນມາ, ໂຄງການສາມາດຜະລິດຄຳແທ່ງໄດ້ຫຼາຍກວ່າ 1,2 ລ້ານອອນ, ຜະລິດແຜ່ນທອງໄດ້ຫຼາຍກວ່າ 1 ລ້ານໂຕນ, ສ້າງຜົນປະໂຫຍດໂດຍກົງໃຫ້ແກ່ ລັດຖະບານເຖິງ 1,5 ຕື້ກວ່າໂດລາສະຫະລັດ. ນອກຈາກນີ້, ຍັງສ້າງຜົນປະໂຫຍດທາງອ້ອມຢ່າງຫຼວງຫຼາຍ ເປັນຕົ້ນ: ການສ້າງວຽກເຮັດງານທໍາ, ການພັດທະນາຊັບພະຍາກອນມະນຸດ ຜ່ານການຝຶກອົບຮົມ, ການພັດທະນາຊຸມຊົນ ແລະ ການສ້າງລາຍຮັບໃຫ້ຜູ້ຮັບເໝົາທ້ອງຖິ່ນ.
ໃນປີ 2003 ເຊິ່ງເປັນປີທີ່ບໍລິສັດ ມີກຳລັງແຮງງານສູງສຸດ, ໂຄງການໄດ້ສ້າງວຽກເຮັດງານທຳ 5.000 ກວ່າຄົນ, ມີປະຊາຊົນ 14.000 ຄົນ ໄດ້ຮັບຜົນປະໂຫຍດຈາກການພັດທະນາຊຸມຊົນ. ໃນປີ 2013 ຍ້ອນສິນຄ້າແຮ່ຄຳໃນຕະຫຼາດໂລກ ມີລາຄາຫຼຸດລົງ ແລະ ຕົກຕໍ່າຫຼາຍ, ບໍລິສັດ ໄດ້ຮັບການເຫັນດີຈາກ ລັດຖະບານ ໂຈະການຂຸດຄົ້ນຜະລິດແຮ່ຄຳ. ຢ່າງໃດກໍ່ຕາມ, ປັດຈຸບັນ ລາຄາຄຳ ເລີ່ມມີແນວໂນ້ມເພີ່ມຂຶ້ນເລື້ອຍໆ ບໍລິສັດ ຈຶ່ງສືບຕໍ່ຂຸດຄົ້ນ ແລະ ຜະລິດຄຳ ຕື່ມອີກ ຕາມການຕົກລົງເຫັນດີຂອງ ລັດຖະບານ.
ອີງໃສ່ການສຶກສາ-ສຳຫຼວດຄືນໃໝ່ ພົບວ່າຍັງມີປະລິມານແຮ່ຄຳຈຳນວນຫຼາຍ ແລະ ສາມາດຂຸດຄົ້ນໄດ້ຢ່າງນ້ອຍ 10-15 ປີ, ແຕ່ລະປີຈະສາມາດຜະລິດຄຳແທ່ງໄດ້ 250.000 ອອນຕໍ່ປີ ເຊິ່ງເປັນລາຍຮັບທີ່ມະຫາສານ ຈະນຳມາພັດທະນາສ້າງສາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ກ້າວຂຶ້ນເປັນປະເທດມີລາຍຮັບປານກາງ ແລະ ສູງຕາມເປົ້າໝາຍຂອງພັກ ແລະ ລັດຖະບານ.
ຂ່າວ: ຄຳແສງ ແກ້ວປະເສີດ
ພາບ: ບໍລິສັດ ລ້ານຊ້າງ ມີເນໂຣນສ໌

