ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງ ເຊໂປນ ມອບຄ່າຊັບພະຍາກອນແຮ່ທາດ ຈາກການຜະລິດ-ຈຳໜ່າຍໂລຫະຄຳ ແລະ ທອງຂອງໄຕຼມາດທີ 4 ປີ 2020 ຈໍານວນ 3,4 ລ້ານກວ່າໂດລາສະຫະລັດ ໃຫ້ແກ່ລັດຖະບານລາວ.
ພິທີມອບຄ່າຊັບພະຍາກອນແຮ່ທາດຄັ້ງນີ້ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ພູດົງ ສຸຂະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ຕາງໜ້າໃຫ້ກະຊວງການເງິນ ແລະ ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສໍາລັບ ຍອດລາຍຈ່າຍຄ່າພາສີຊັບພະຍາກອນແຮ່ທາດ ໃຫ້ແກ່ລັດຖະບານລາວ ທັງໝົດຂອງສົກປີ 2020 ແມ່ນເທົ່າກັບ 14,5 ລ້ານໂດລາສະຫະລັດ ນອກຈາກ ພັນທະອື່ນໆ ທີ່ໄດ້ມອບເຂົ້າເປັນລາຍຮັບຂອງລັດຖະບານລາວ ເປັນຕົ້ນ ອາກອນກຳໄລ, ອາກອນນ້ຳມັນເຊື້ອໄຟ ແລະ ອາກອນລາຍໄດ້.
ນັບຕັ້ງແຕ່ເລີ່ມມີການຂຸດຄົ້ນ-ປຸງແຕ່ງ-ຜະລິດຄຳ-ທອງ ມາແຕ່ປີ 2003 ເປັນຕົ້ນມາ ທາງບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງເຊໂປນ ໄດ້ປະກອບສ່ວນພັນທະຂອງຕົນທີ່ເປັນ ລາຍຮັບໂດຍກົງໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເປັນເງິນທັງໝົດ ຫຼາຍກວ່າ 1,5 ຕື້ໂດລາສະຫະລັດ ລວມທັງ ຄ່າຊັບພະຍາກອນແຮ່ທາດທັງໝົດຫຼາຍກ່ວາ 172 ລ້ານໂດລາສະຫະລັດ.
ຂໍ້ມູນຈາກ : ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ

