ບໍລິສັດ ວຽງໄຊ ສົນໃຈສໍາປະທານພັດທະນາແຫຼ່ງທ່ອງທ່ຽວຢູ່ເມືອງແມດ

ບໍລິສັດ ວຽງໄຊ ສົນໃຈສໍາປະທານພັດທະນາແຫຼ່ງທ່ອງທ່ຽວຢູ່ເມືອງແມດ

ບໍລິສັດ ວຽງໄຊ ດວງປັນຍາ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ສົນໃຈທີ່ຈະສໍາປະທານແຫລ່ງທ່ອງທ່ຽວທຳມະຊາດຖ້ຳຜາກ້າ,ຖ້ຳຫີນ ແລະ ຖ້ຳລືສີ ຢູ່ບ້ານນ້ຳເຟືອງ ເມືອງແມດ ແຂວງວຽງຈັນ ເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວທີ່ສວຍງາມ ແລະ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ກິດຈະກໍາທີ່ທາງບໍລິສັດວຽງໄຊ ຈະລົງທຶນພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວປະກອບມີ ການກໍ່ສ້າງຕິດຕັ້ງສາຍກາບຂີ່ສະລິງຕາມໜ້າຜາ, ຂີ່ກົງເບັງລອດຖໍ້າ, ການກໍ່ສ້າງຕູບບ່ອນພັກຜ່ອນ, ສວນດອກໄມ້, ປູກໄມ້ໃຫ້ຫມາກ , ພາຍເຮືອກາຍັກ , ກໍ່ສ້າງລີສອດ, ການບໍລິການຕ່າງໆ ທີ່ຕິດພັນກັບກິດຈະກຳ ການທ່ອງທ່ຽວ. ນອກນີ້, ຍັງຈະສ້າງສວນຫລີ້ນສຳລັບຜູ້ໃຫ່ຍ, ເດັກນ້ອຍ ແລະ ອື່ນໆ.

ກອງປະຊຸມປຶກສາຫາລື ກ່ຽວກັບການວາງແຜນລົງເກັບກຳຂໍ້ມູນສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ທີ່ຫ້ອງວ່າການເມືອງແມດ ໂດຍມີອໍານາດການປົກຄອງເມືອງແມດ ແລະ ຕາງໜ້າບໍລິສັດວຽງໄຊ ເຂົ້າຮ່ວມ.

ກອງປະຊຸມໄດ້ປຶກສາຫາລືກ່ຽວກັບບັນຫາຜົນກະທົບທາງດ້ານສິ່ງແວດລ້ອມ, ຂອບເຂດແດນລະຫວ່າງເມືອງ, ເຂດສຳປະທານເນື້ອທີ່ແຫລ່ງທ່ອງທ່ຽວທຳມະຊາດຖ້ຳຜາກ້າ,ຖ້ຳຫິນ ແລະ ຖ້ຳລືສີ, ເຂດບໍລິການ ແລະ ດ້ານອື່ນໆໃຫ້ລະອຽດ ເພື່ອສືບຕໍ່ລົງສຳຫລວດສະຖານທີ່ຕົວຈິງ ເພື່ອເກັບກຳຂໍ້ມູນຢ່າງລະອຽດ ແລະ ສືບຕໍ່ນຳສະເໜີຂໍອະນຸມັດການລົງທຶນໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply