ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ຈຳກັດໃຫ້ບໍລິການນໍ້າມັນເຄື່ອນທີ່ ຊ່ວຍເຫຼືອສັງຄົມ

ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ຈຳກັດໃຫ້ບໍລິການນໍ້າມັນເຄື່ອນທີ່ ຊ່ວຍເຫຼືອສັງຄົມ

ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ຈຳກັດ (NTP) ໄດ້ໃຫ້ບໍລິ ການນໍ້າມັນເຊື້ອໄຟແບບເຄື່ອນທີ່ ເພື່ອຊ່ວຍເຫຼືອສັງຄົມໃນໄລຍະທີ່ນໍ້າມັນບໍ່ພຽງພໍ ໃຫ້ແກ່ຊາວນະຄອນ ຫຼວງວຽງຈັນ ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ ໃນມື້ນີ້ ໂດຍແບ່ງອອກເປັນ 2 ຈຸດຄື: ຈຸດນໍ້າມັນກາຊວນ 2 ຄັນ ແລະ ຈຸດນໍ້າມັນແອັດຊັງ 4 ຄັນ ຊຶ່ງໄດ້ເລີ່ມໃຫ້ບໍລິການແຕ່ເວລາ 8:00-18:00 ໂມງ ໂດຍລູກຄ້າສາມາດຊື້ນໍ້າມັນແບບບໍ່ຈຳກັດວົງເງິນ ກໍຄືສາມາດໃສ່ໄດ້ເຕັມຖັງ, ແຕ່ບໍ່ອະນຸຍາດໃຫ້ຂາຍໃສ່ຕຸກເດັດຂາດ.

ທ່ານ ຈິນດາສັກ ຍົດໝັ້ນຄົງ ຜູ້ອຳນວຍການບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ຈຳກັດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການອອກມາໃຫ້ບໍລິການ ນໍ້າມັນເຊື້ອໄຟແບບເຄື່ອນທີ່ໃນຄັ້ງນີ້, ແນໃສ່ເພື່ອຕອບສະໜອງຄວາມຕ້ອງການ ຂອງພໍ່ແມ່ປະຊາຊົນໃຫ້ທັນເວລາ, ຫຼຸດຜ່ອນບັນຫາການຂາດແຄນນ້ຳມັນໃນໄລຍະວິກິດ, ຂັບເຄື່ອນເສດຖະກິດ ແລະ ການເດີນທາງຂອງຄົນລາວ. ລົດນໍ້າມັນເຊື້ອໄຟແບບເຄື່ອນທີ່ ທີ່ນໍາມາບໍລິການຄັ້ງນີ້, ມີທັງໝົດ 6 ຄັນ, ຄັນລະ 2 ຫົວຈ່າຍ, ນໍ້າມັນແມ່ນພຽງພໍແຕ່ອາດຈະຕ້ອງໄດ້ລຽນຄິວ. ທ່ານ ຈິນດາສັກ ຍົດໝັ້ນຄົງ ຍັງໃຫ້ຮູ້ອີກວ່າ: ສຳລັບວັນທີ 18 ມີນານີ້, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ຈຳກັດ ຈະເພີ່ມລົດເຄືີ່ອນທີ່ໃຫ້ຫຼາຍຂຶ້ນ ເພື່ອເພີ່ມສະຖານທີ່ບໍລິການ ໂດຍແບ່ງເປັນ 2 ຈຸດຄື: ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ ແລະ ຢູ່ເດີນພະທາດຫຼວງວຽງຈັນ ເລີ່ມແຕ່ເວລາ 8:00- 18:00 ໂມງ.

ໂອກາດນີ້, ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດ ຖະມົນຕີ ກໍໄດ້ໃຫ້ສໍາພາດວ່າ: ບັນຫາການຂັດແຍ່ງ ໃນພາກພື້ນຕາເວັນອອກກາງ ໄດ້ສົ່ງຜົນກະທົບໃນທົ່ວໂລກ, ລວມທັງ ສປປ ລາວ ແມ່ນໄດ້ຮັບຜົນກະທົບກ່ຽວກັບບັນຫານ້ຳມັນເຊື້ອໄຟ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນລາວໃນຂອບເຂດທົ່ວປະເທດ. ຕໍ່ກັບບັນຫາດັ່ງກ່າວ, ພັກ ແລະ ລັດຖະ ບານ ໄດ້ຮີບຮ້ອນແກ້ໄຂ, ຄົ້ນຄວ້າ, ປຶກສາຫາລືກັບຫຼາຍພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະໄດ້ຄົ້ນຄວ້າ ແລະ ວາງນະໂຍບາຍຕ່າງໆ ເປັນຕົ້ນຫຼຸດອາກອນຊົມໃຊ້, ນຳໃຊ້ບ້ວງເງິນກອງທຶນນ້ຳມັນຈຳນວນໜຶ່ງ ເພື່ອໄປດັດສົມລາຄານ້ຳມັນບໍ່ໃຫ້ສູງຂຶ້ນຫຼາຍ, ຊອກຫາແຫຼ່ງຊື້ນໍ້າມັນຈາກຫຼາຍປະເທດ ເປັນຕົ້ນ ປະເທດໄທ, ສປ ຈີນ ແລະ ສສ ຫວຽດນາມ. ພ້ອມນີ້, ກໍໄດ້ແຕ່ງຕັ້ງຄະນະສະເພາະກິດ ໃນການແກ້ໄຂບັນຫານ້ຳມັນ, ອອກຄຳສັ່ງເລກທີ 40/ນຍ ວ່າດ້ວຍການເພີ່ມທະວີ ແກ້ໄຂບັນຫາຜົນກະທົບຈາກລາຄານ້ຳມັນເຊື້ອໄຟ, ໄດ້ຄົ້ນຄວ້ານະໂຍບາຍດ້ານການບໍລິຫານວຽກງານ ໂດຍການຜັດປ່ຽນກັນປະຈຳການ ແລະ ເຮັດວຽກທາງໄກຜ່ານລະບົບອອນລາຍ, ການກຳນົດນະໂຍບາຍສ້າງເສດຖະກິດ, ປັບປຸງຊີວິດການເປັນຢູ່ ແລະ ອື່ນໆ

ແຫຼ່ງຂ່າວ: ຂປລ

 

 

 

Related Articles

Leave a Reply