ບໍລີສັດກຸນຈະເລີນ ໄຊສົມບູນເນັ້ນແກ້ໄຂຄວາມທຸກຍາກໃຫ້ປະຊາຊົນ ທ້ອງຖິ່ນຈາກການປູກຝັງ ແລະ ລຽ້ງສັດ

ບໍລີສັດກຸນຈະເລີນ ໄຊສົມບູນເນັ້ນແກ້ໄຂຄວາມທຸກຍາກໃຫ້ປະຊາຊົນ ທ້ອງຖິ່ນຈາກການປູກຝັງ ແລະ ລຽ້ງສັດ

ບໍລິສັດ ກຸນຈະເລີນ ໄຊສົມບູນ ຈຳກັດ ເປັນບໍລິສັດ ພັດທະນາໂຄງການປູກຝັງ ແລະ ລ້ຽງສັດ, ໂດຍແນໃສ່ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊົນຊາວກະສິກອນ ແຂວງໄຊສົມບູນ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ ຈາກການປູກຝັງ ແລະ ລຽ້ງສັດ.

ບໍລິສັດດັ່ງກ່າວ ຈະເນັ້ນສົ່ງເສີມປະຊາຊົນ ໃນການລ້ຽງງົວພັນ, ງົວລາດພື້ນເມືອງ ແລະ ປູກພືດຜັກຕາມລະດູການ ເຊັ່ນ: ຂິງດຳ, ພິກໄທ, ໝາກເຜັດ ແລະ ອື່ນໆ ເພື່ອຜະລິດເປັນສິນຄ້າ, ໂດຍແມ່ນບໍລິສັດຈະເປັນຜູ້ລົງທຶນໂດຍກົງ ໃນຮູບແບ 2+3 ສັນຍາຜູກພັນກັບປະຊາຊົນ (ປະ​ຊາ​ຊົນ​ເປັນ​ແຮງງານ, ມີເນື້ອທີ່ ຊຶ່ງບໍລິສັດ​ເປັນຜູ້​ສະໜອງ​ທຶນ ແລະການ​ເກັບຊື້ຜົນຜະລິດຕາມສັນຍາຢ່າງໜ້ອຍສອງຫາສາມປີຂື້ນໄປ).

ພິທີເປີດ ບໍລິສັດ ກຸນຈະເລີນ ໄຊສົມບູນ ຈຳກັດ ພ້ອມທັງເປີດໂຮງແຮມ ກຸນຈະເລີນ ໄຊສົມບູນ ໄດ້ຈັດຂຶ້ນ ຫວ່າງບໍ່ດົນມານີ້ ຢູ່ບ້ານພູຫົວຊ້າງ, ເມືອງອະນຸວົງ ແຂວງໄຊສົມບູນ ໂດຍການເຂົ້າຮ່ວມຂອງທ່ານ ພົຕ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ແລະ ທ່ານ ໄຕຣລັດ ວິສີສົມບັດ ປະທານບໍລິສັດ ກຸນຈະເລີນ ໄຊສົມບູນ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສຳລັບໂຮງແຮມ ກຸນຈະເລີນ ໄດ້ເປີດບໍລິການໃຫ້ແກ່ແຂກຄົນມາພັກເຊົາແລ້ວ ເປັນອາຄານ 2 ຊັ້ນ ເລີ່ມລົງມືໃນການກໍ່ສ້າງມາແຕ່ປີ 2018 ແລະ ສໍາເລັດໃນຕົ້ນເດືອນກໍລະກົດ 2020 ນີ້ ໂດຍແມ່ນທຶນຮ່ວມກັບຄະນະບໍລິຫານງານຊາວໜຸ່ມ ແຂວງໄຊສົມບູນ.

ຂ່າວ: ພຸດທະສອນ ເວດສະວົງ

Related Articles

Leave a Reply