ບໍ່ພົບຜູ້ຕິດເຊື້ອເພີ່ມ ເປັນຂ່າວດີສໍາລັບມື້ທໍາອິດຂອງການປະຕິບັດມາດຕະການຜ່ອນຜັນ

ບໍ່ພົບຜູ້ຕິດເຊື້ອເພີ່ມ ເປັນຂ່າວດີສໍາລັບມື້ທໍາອິດຂອງການປະຕິບັດມາດຕະການຜ່ອນຜັນ

ບໍ່ມີລາຍງານພົບຜູ້ຕິດເຊື້ອເພີ່ມໃໝ່ ຖືວ່າເປັນຂ່າວດີສໍາລັບມື້ທໍາອິດໃນການປະຕິບັດມາດຕະການຜ່ອນຜັນໃນມື້ນີ້, ນັ້ນໝາຍຄວາມວ່າຜູ້ຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຢູ່ ສປປ ລາວ ຍັງແມ່ນ 19 ຄົນເທົ່າເດີມ.

ປະຈຸບັນ ມີຜູ້ຕິດເຊື້ອນອນຕິດຕາມ ປິ່ນປົວຢູ່ໂຮງໝໍມິດຕະພາບ 9 ຄົນ ທັງໝົດເຫັນວ່າ ມີອາການເບົາບາງ ແລະ ຍັງຕິດຕາມ ເພື່ອກວດວິເຄາະຢັ້ງຢືນການບໍ່ພົບເຊື້ອ. ນອກຈາກນີ້ ກໍ່ໄດ້ຮັບເອົາຜູ້ທີ່ອອກໂຮງໝໍ (ຜູ້ຕິດເຊື້ອກໍລະນີທີ 14) ກັບເຂົ້າມາຕິດຕາມອາການຢູ່ໂຮງໝໍ, ແຕ່ວ່າໄດ້ແຍກໄວ້ ຢູ່ຕຶກແຍກປ່ຽວໜຶ່ງຕ່າງຫາກ ບໍ່ໄດ້ໄປປົນກັບຜູ້ຕິດເຊື້ອ 9 ຄົນທີ່ກຳລັງປິ່ນປົວຢູ່ນັ້ນ, ໝາຍວ່າປະຈຸບັນນີ້ມີຜູ້ຕິດຕາມຢູ່ໂຮງໝໍມິດຕະພາບ 10 ຄົນ.

ຄະນະສະເພາະກິດ ລາຍງານໃຫ້ຊາບໃນໂອກາດຖະແຫຼງຂ່າວຕອນບ່າຍມື້ນີ້ວ່າ ຜ່ານການເກັບຕົວຢ່າງມາກວດທັງໝົດ 39 ຄົນ, ໃນນັ້ນ ມີກໍລະນີສົງໄສ 14 ຄົນ ແລະ ຄົນລາວຜູ້ໄປອອກແຮງງານຢູ່ປະເທດໄທກັບມາລາວ 25 ຄົນ. ໃນຈໍານວນກໍລະນີສົງໄສ ທັງໝົດ 14 ຄົນ ແມ່ນມາຈາກນະຄອນຫຼວງວຽງຈັນ 13 ຄົນ ແລະ ແຂວງວຽງຈັນ 1 ຄົນ ທັງໝົດແມ່ນບໍ່ພົບເຊື້ອເພີ່ມໃໝ່.

ພ້ອມດຽວກັນ ຄະນະສະເພາະກິດ ກໍ່ໄດ້ຮຽກຮ້ອງຕື່ມອີກວ່າ ເລີ່ມແຕ່ວັນທີ 4 ຫາ 17 ພຶດສະພາ 2020 ກໍ່ໄດ້ມີມາດຕະການຜ່ອນຜັນ ບາງມາດຕະການ, ເຊິ່ງມີ 8 ມາດຕະການຜ່ອນຜັນ ແລະ 5 ມາດຕະການສືບຕໍ່ຫ້າມ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ສຶກສາແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງການຕ່າງໆ ໃຫ້ມີຄວາມເຂົ້າໃຈ, ຮ່ວມແຮງຮ່ວມໃຈກັນ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ເຂັ້ມງວດ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply