ທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວໄດ້ສະເໜີໃຫ້ກະຊວງສາທາລະນະສຸກ ສືບຕໍ່ສົ່ງແພດ-ໝໍຈາກສູນກາງ ມາຊ່ວຍແຂວງບໍ່ແກ້ວໃນການຕ້ານ, ປ້ອງກັນ ແລະ ຢັບຢັ້ງການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ, ຂໍງົບປະມານໃນການລົງເຄື່ອນໄຫວ, ນອກນັ້ນທ່ານຍັງໄດ້ສະເໜີໃຫ້ຄະນະ ສະເພາະກິດຂັ້ນສູນກາງ ໂຈະການເຄື່ອນຍ້າຍ ຫຼື ອອກໃບອະນຸຍາດໃຫ້ຄົນຕ່າງປະເທດເຂົ້າ ມາໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກອງປະຊຸມປຶກສາຫາລືການ ຈັດຕັ້ງປະຕິບັດ ຄໍາສັ່ງ 15/ນຍ ແບບທາງໄກ ແລະ ມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂສະພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ແຂວງບໍ່ແກ້ວໄດ້ຈັດຂຶ້ນໃນວັນທີ 17 ພຶດສະພາ 2021 ໂດຍການເປັນປະທານຂອງທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍ ຕາງໜ້າບັນດາແຂວງຕ່າງໆໃນຂອບເຂດທົ່ວປະເທດ ເພື່ອຄົ້ນຄ້ວາ, ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງ15/ນຍ ກ່ຽວກັບການເພີ່ມທະວີມາດຕະການໃນ ການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19.
ຮອດວັນທີ 17 ພຶດສະພາ 2021 ນີ້, ສປປ ລາວມີຜູ້ຕິດເຊື້ອສະສົມຈາກພະຍາດໂຄວິດ-19 ແລ້ວ 1.638 ຄົນ ໃນນັ້ນປິ່ນປົວຫາຍດີ 582 ຄົນ, ເສຍຊີວິດ 2 ຄົນ ແລະ ຍັງນອນປິ່ນປົວຢູ່ 1.054 ຄົນ.
ສະເພາະແຂວງບໍ່ແກ້ວມີຜູ້ຕິດເຊື້ອສະສົມແລ້ວຈາກພະຍາດນີ້ເຖິງ 428 ຄົນ, ເປັນອັນດັບສອງທີ່ພົບຜູ້ຕິດເຊື້ອຫຼາຍຮອງຈາກນະຄອນຫຼວງວຽງຈັນຊຶ່ງມີຜູ້ຕິດເຊື້ອຈໍານວນ 804 ຄົນ, ອັນດັບສາມແມ່ນແຂວງຈໍາປາສັກທີ່ມີຜູ້ຕິດເຊື້ອ 261 ຄົນ.
ຂໍ້ມູນ-ພາບ: ຄຳພັນ ແກ້ວມະນີ

