Visit BigblueAgency
ບໍ່ແກ້ວ ລົບລ້າງ 7 ໂຄງການທີ່ບໍ່ຖືກຕ້ອງ

ບໍ່ແກ້ວ ລົບລ້າງ 7 ໂຄງການທີ່ບໍ່ຖືກຕ້ອງ

ອໍານາດການປົກຄອງແຂວງບໍ່ແກ້ວ ລົບລ້າງ 7 ໂຄງການ ທີ່ເປັນໂຄງການລົງທຶນຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ຍ້ອນໄດ້ຮັບການອະນຸມັດລົງທຶນໄປແລ້ວ ແຕ່ບໍ່ຈັດຕັ້ງປະຕິບັດເຮັດໃຫ້ແກ່ຍາວເວລາ ແລະ ບໍ່ຖືກຕ້ອງ.

ທ່ານ ບົວຄົງ ນາມມະວົງ, ເຈົ້າແຂວງບໍ່ແກ້ວ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ບັນດາໂຄງ ການລົງທຶນພາຍໃນແຂວງທີ່ໄດ້ຮັບອະນຸຍາດລົງທຶນໄປແລ້ວແຕ່ບໍ່ຈັດຕັ້ງປະຕິບັດ ເຊີ່ງຖືເປັນການຈັບຈອງທີ່ແກ່ຍາວເວລາ, ກົດໜ່ວງທ່ວງດຶງການພັດທະນາ ແລະ ເປັນການດໍາເນີນທຸລະກິດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ເຊີ່ງທາງແຂວງໄດ້ດໍາເນີນການກວດກາ ແລະ ລົບລ້າງໄປແລ້ວ 7 ໂຄງການ. ນອກນັ້ນອໍານາດການປົກຄອງແຂວງຍັງໄດ້ກວດກາ ບັນດາໂຄງການລົງທຶນປູກກ້ວຍພາຍໃນແຂວງຊຶ່ງມີ 60 ບໍລິສັດ, ໃນນີ້ ພົບເຫັນມີພຽງ 13 ບໍລິສັດທີ່ປະກອບເອກະສານຖືກຕ້ອງ ແລະ ຄົບຖ້ວນ ແລະ ຍັງບໍ່ສາມາດແກ້ໄຂໄດ້ຍ້ອນເຈົ້າຂອງໂຄງການໄດ້ເດີນທາງກັບຄືນປະເທດໃນໄລຍະທີ່ມີ ການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ມີຄວາມຈໍາເປັນຕ້ອງໄດ້ລໍຖ້າຈົນກ່ວາເຂົາ ເຈົ້າຈະກັບຄືນມາ ຈິ່ງຈະສາມາດດໍາເນີນຂັ້ນຕອນຕ່າງໆຕໍ່ໄປໄດ້.

ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ເນື້ອທີ່ປູກກ້ວຍຢູ່ແຂວງບໍ່ແກ້ວ ໄດ້ຫລຸດ ລົງຈາກ 11.000 ກ່ວາເຮັກຕາໃນເມື່ອກ່ອນ ຍັງເຫລືອພຽງ 6.000 ກ່ວາເຮັກຕາ. ສໍາລັບເນື້ອທີ່ທີ່ໄດ້ຢຸດເຊົາປູກກ້ວຍໄປແລ້ວນັ້ນ ທາງແຂວງໄດ້ຊຸກຍູ້ໃຫ້ປະຊາຊົນຫັນໄປປູກພືດຊະນິດອື່ນເປັນສິນຄ້າເພື່ອສົ່ງອອກທັງພາຍໃນ ແລະ ຕ່າງປະເທດ ເຊີ່ງເຫັນວ່າເປັນຂະບວນກ້ວາງຂວາງ ແລະ ໄດ້ຮັບຜົນດີສົມຄວນ.

ຂ່າວ-ພາບ: ມົດແດງນ້ອຍ

Related Articles

Leave a Reply