ປກສ ເມືອງວິລະບູລີ ຢຶດອາວຸດລ່າສັດປ່າ ແລະ ໝໍ້ຊ໋ອດສັດນໍ້າທີ່ຜິດກົດໝາຍ

ປກສ ເມືອງວິລະບູລີ ຢຶດອາວຸດລ່າສັດປ່າ ແລະ ໝໍ້ຊ໋ອດສັດນໍ້າທີ່ຜິດກົດໝາຍ

ເຈົ້າໜ້າທີ່ ປກສ ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ຢຶດປືນແກັບຈໍານວນ 760 ກະບອກ ພ້ອມດ້ວຍ ລູກຂີ້ກົ່ວ ແລະ ໝື້ ແລະ ໝໍ້ຊ໋ອດຈໍານວນໜຶ່ງ ທີ່ບໍ່ຖືກຕ້ອງຕາມກົດໝາຍຈາກປະຊາຊົນພາຍໃນເມືອງ ວິລະບູລີ.
ການຢຶດວັດຖຸດັ່ງກ່າວກໍ່ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍພາຍໃນເມືອງວິລະບູລີ ໂດຍສະເພາະເປັນການປົກປັກຮັກຮັກສາສັດປ່າຫວງຫ້າມ ແລະ ຢຸດເຊົາການລ່າເນື້ອແບຊະຊາຍ ແລະ ການຫາສັດນໍ້າແບບດັບສູນ ຊຶ່ງວັດຖຸດັ່ງກ່າວທີ່ຢຶດມານັ້ນ ເຈົ້າໜ້າທີ່ ປກສ ເມືອງວິລະບູລີ ໄດ້ຈັດພິທີມອບໃຫ້ກອງບັນຊາການ ປກສ ແຂວງສະຫວັນນະເຂດ ເປັນຜູ້ເກັບໄວ້ ເມື່ອບໍ່ດົນມານີ້ທີ່ຫ້ອງການ ປກສ ເມືອງ ວລະບູລີ.

ຂໍ້ມູນ-ພາບ : ກອງບັນຊາການ ປກສ ເມືອງວິລະບູລີ

Related Articles

Leave a Reply