ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ແຈ້ງໃຫ້ຮູ້ວ່າ: ຍັງມີປະຊາຊົນຈໍານວນໜຶ່ງໂດຍສະເພາະຜູ້ທີ່ຢູ່ໃນຂົງເຂດຕາມແລວທາງລົດໄຟທີ່ຮູ້ເທົ່າບໍ່ເຖິງການ ແລະ ບໍ່ເຂົ້າໃຈຕໍ່ກັບການປ້ອງກັນຄວາມປອດໄພຂອງທາງລົດໄຟ ເພາະຍັງພົບເຫັນມີການລັກຫັນນ໋ອດຈັບລາງລົດໄຟ ແລະ ມ້າງຮົ້ວກັ້ນເສັ້ນທາງລົດໄຟ ກ່ຽວກັບເລື່ອງດັ່ງກ່າວນີ້ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດຮຽກຮ້ອງໃຫ້ລັດຖະບານ ແລະ ສື່ມວນຊົນ ຮ່ວມກັນເພີ່ມທະວີການເຜີຍແຜ່ໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ.
ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ຈະສ້າງຕັ້ງລະບົບການປ້ອງກັນຄວາມປອດໄພ ສຳລັບທາງລົດໄຟລາວ-ຈີນ ໃຫ້ສຳເລັດໃນປີໜ້າ ກ່ອນການເປີດນໍາໃຊ້ທາງລົດໄຟໃນເດືອນ ທັນວາ 2021 ຊຶ່ງວຽກງານປ້ອງກັນຄວາມປອດໄພຢູ່ບັນດາຂົວ ແລະ ອຸໂມງລຽບຕາມແລວທາງລົດໄຟ ແມ່ນ ກະຊວງປ້ອງກັນປະເທດ ເປັນຜູ້ຮັບຜິດຊອບ, ສ່ວນວຽກງານການປ້ອງກັນຄວາມປອດໄພ ຢູ່ເຂດສະຖານີລົດໄຟ ແມ່ນ ກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ຮັບຜິດຊອບ ສະເພາະບໍລິສັດທາງລົດໄຟລາວ-ຈີນ ຈະຮັບຜິດຊອບ ຄວາມປອດໄພ ຢູ່ສະຖານທີ່ຫ້ອງການເຮັດວຽກປະຈໍາວັນ ແລະ ແຄັມ, ສ້າງລະບົບຮັບປະກັນການປ້ອງຄວາມປອດໄພ “3 ຈຸດ 1 ລະບົບ” ລະຫວ່າງ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ບໍລິສັດທາງລົດໄຟລາວ-ຈີນ, ເພື່ອຮັບປະກັນຄວາມປອດໄພໃນການຂົນສົ່ງ, ລວມທັງຄວາມປອດໄພດ້ານຊີວິດ ແລະ ຊັບສິນ ຂອງຜູ້ໂດຍສານ.
ຂ່າວ: ວຽງຈັນທາຍ
ພາບ: ປ໋ອງ

